ກ່ວາ100ໂຄງການຕ່າງປະເທດລົງທຶນເຂົ້າບັນດາເຂດອຸດສາຫະກຳແຂວງບັກຢາງ

ກ່ວາ100ໂຄງການຕ່າງປະເທດລົງທຶນເຂົ້າບັນດາເຂດອຸດສາຫະກຳແຂວງບັກຢາງ - ảnh 1
ພາບ​ປະ​ກອບ

(vovworld) – ທ່ານ ຫງວຽນ​ແອງກ໋ວຽນ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳແຂວງ ບັກ​ຢາງ, ໃຫ້​ຮູ້​ວ່າ ໃນ 9 ເດືອນ​ຜ່ານ​ມາ, ຄະ​ນະ​ຄຸ້ມ​ຄອງ​ໄດ້​ອອກ​ສະ​ໜອງ​ໃບ ຢັ້ງ​ຢືນ​ລົງ​ທຶນ​ໃຫ້ 21 ໂຄງ​ການ FDI (ເງິນ​ລົງ​ທຶນ​ໂດຍ​ກົງ​ຈາ​ກ​ຕ່າງ​ປະ​ເທດ) ຈົດ​ທະ​ບຽນ​ລົງ​ທຶນ​ເຂົ້າ​ບັນ​ດາ​ເຂດ​ອຸດ​ສາ​ຫ​ະ​ກຳ​ໃນ​ບໍ​ລິ​ເວນ​ແຂວງ, ດ້ວຍຍອດ​ຈຳ​ນວນທຶນ​ຈົດ​ທະ​ບຽບ​ໃໝ່ ແລະ ປັບ​ປຸງ ແມ່ນ​ເກືອບ 193 ລ້ານ​ USD (ເກືອບ 4.090 ຕື້​ດົ່ງ). ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່​ແຂວງ ບັກ​ຢາງ ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​​ຄົນ​ງານປະ​ມານ 39.000 ຄົນ​, ໃນ​ນັ້ນ​ກ່​ວາ 30.000 ຄົນ​ແມ່ນ​ຊາວ​ທ້ອງ​ຖີ່ນ, ດ້ວຍ​ລາ​ຍ​ຮັບ​ສະ​ເລ່ຍ​ບັນ​ລຸ​ປະ​ມານ 4 ລ້ານ​ດົ່ງ/ຄົນ/ເດືອນ. ຄຽງ​ຄູ່​ກັບ​ການ​ຍູ້​ແຮງວຽກ​ງານ​ຂົນ​ຂວາຍ, ດຶງ​ດູດ​ການ​ລົງ​ທ​ຶນ​ເຂົ້າ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ແຂວງ ບັກ​ຢາງ ຕິດ​ຕາມກວດ​ກາວິ​ວັດ​ທະ​ນາ​ການ​ລົງ​ທຶນ, ຂອງວິ​ສາ​ຫະ​ກິດເປັນ​ປະ​ຈຳ, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ເພີ່​ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ລົງ​ທຶນ, ກໍ່​ສ້າງ, ສິ່ງ​ແວດ​ລ້ອມ, ຄົນ​ງານ, ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ປ້ອງ​ກັນ, ຕ້ານ​​ໄຟ​ໄ​ຫມ້ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວກ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ