ກວາງຈິ້: ເດີນທະເລຫາປາ “ເອົາໂຊກເອົາໝານ” ໃນຕົ້ນປີໃໝ່

(VOVWORLD) - ດ້ານຟ້າອາກາດເອື້ອອຳນວຍຄວາມສະດວກ, ຄື້ນທະເລງຽບສະຫງົບດັ່ງນັ້ນ ຊາວປະມົງຢູ່ແຂວງ ກວາງຈິ້ ພ້ອມກັນອອກທະເລຈັບຫາປາຢູ່ໃກ້ຝັ່ງ ແລະ “ເອົາໂຊກເອົາໝານ” ຈາກທະເລ.

ກວາງຈິ້: ເດີນທະເລຫາປາ “ເອົາໂຊກເອົາໝານ” ໃນຕົ້ນປີໃໝ່ - ảnh 1 ຊາວປະມົງເດີນທະເລຫາປາໄດ້ຮັບຜົນດີ

(ພາບປະກອບ)

        ຊາວປະມົງ ໂຮ່ວັນລ້າງ, ເຈົ້າຂອງກ່ຳປັ່ນເລກທີ QT 99399, ຢູ່ເທດສະບານ ເກື໋ອຫວຽດ, ເມືອງ ຢໍລີງ ຫາກໍ່ທຽບທ່າ ພາຍຫຼັງເດີນທະເລຫາປາຊິວ. ຊາວປະມົງ  ໂຮ່ວັນລ້າງ ໃຫ້ຮູ້ວ່າ: ຍ້ອນດິນຟ້າອາກາດເອື້ອອຳນວຍຄວາມສະດວກດັ່ງນັ້ນ ອ້າຍນ້ອງໄດ້ພາກັນເດີນທະເລໄປຈັບຫາປາ“ເອົາໂຊກເອົາໝານ” ໃນຕົ້ນປີໃໝ່, ໄປໃກ້ຝັ່ງ ແຕ່ກໍ່ຈັບໄດ້ສິນທະເລເປັນຈຳນວນຫຼາຍ:

        “ຍ້ອນດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ກ່ຳປັ່ນເດີນທະເລຫາປາສ່ວນຫຼາຍແມ່ນຈັບໄດ້ປາຊິວ, ປາທູແຂກຕົ້ນປີ, ມີກ່ຳປັ່ນຫາປາຊິວ ໄດ້ 4 5 ໂຕນ, ບາງລຳຫາປາໄດ້ 2 3 ໂຕນ. ຫວັງວ່າ ໃນປີນີ້ຈະໄດ້ຮັບຄວາມໂຊກດີເພື່ອຫາໄດ້ປາຢ່າງຫຼວງຫຼາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ