ກວາງນິງ ກະກຽມວຽກງານປ້ອງກັນ ແລະ ຕ້ານພາຍຸ Ramasun ເປັນຢ່າງດີ

ກວາງນິງ ກະກຽມວຽກງານປ້ອງກັນ ແລະ ຕ້ານພາຍຸ Ramasun ເປັນຢ່າງດີ - ảnh 1
ທະຫານຊ່ວຍປະຊາຊົນກະກຽມການຮັບມືກັບພາຍຸ Ramasun ​
(ພາບ: qdnd.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/7, ພາຍຸ Ramasun ​ໄດ້​ພັດ​ເຂົ້າ​ແຂວງ​ກວາງ​ນິງ ດ້ວຍ​ກຳລັງ​ແຮງ​ລະດັບ 10-11, ກໍ່​ລົມ​ພັດ​ແຮງ ​ແລະ ຝົນຕົກ​ໜັກ​ຢູ່​ນະຄອນ​ມ໋ອງກ໋າຍ ​ແລະ ທ້ອງ​ຖີ່​ນຕ່າງໆ​ຢູ່​ແຂວງ​ກວາງ​ນິງ.

        ຕອນ​ເຊົ້າ​ວັນ​ທີ 19/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ໄປ​ກວດກາ​ສະພາບ​ຕົວ​ຈິງ​ຜົນ​ສະທ້ອນ​ຂອງ​ພາຍຸ​ຢູ່​ບາງ​ສະຖານ​ທີ່​ຈຸດ​ສຸມ​ໃນ​ນະຄອນ ຫ້າ​ລອງ, ​ແຂວງ​ກວາງ​ນິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຮຽກຮ້ອງ​ແຂວງ​ກວາງ​ນິງຕິດຕາມ​ສະພາບ​ການ​ຂອງ​ພາ​ຍຸ, ຊີ້​ນຳ​ບັນດາ​ທ້ອງ​ຖີ່​ນ, ບັນດາ​ກຳລັງ​ໃນ​ແຂວງ​ປະຕິບັດ​ວິທີ​ການ​ປ້ອງ​ກັນ, ຕ້ານ​ພາຍຸ​ນຳ້​ຖ້ວມ​ທີ່​ໄດ້​ວາງ​ອອກ​ຢ່າງ​ທັນ​ການ. ມາ​ຮອດ​ຈຸດ​ເວລາ​ນີ້, ບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ໂດຍ​ພາຍຸ​ນີ້​ກໍ່​ຂຶ້ນ​ເທື່ອ. ທີ່​ການ​ປະຊຸມ​ຂອງ​ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ສູນ​ກາງ ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ຕອນ​ເຊົ້າ​ວັນ​ທີ 19/7. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ຮ່ວາງ​ວັນ​ທັ໋ງ ​ໄດ້​ເນັ້ນ​ໜັກ​ວ່າ:

        “ຕ້ອງ​ສຸມ​ໃສ່​ວຽກ​ງານ​ຮັບ​ມື​ຢູ່​ເຂດ​ທີ່​ພາຍຸ​ຈະ​ພັດ​ເຂົ້າ. ພວກ​ເຮົາ​ຄວນ​​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຜັນ​ແປ​ໃໝ່​ສຸດ​ຂອງ​ພາຍຸ​ໃຫ້​ແກ່​ບັນດາ​ແຂວງ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ. ສະ​ເໜີ​ໃຫ້​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ທະຫານ​ຊີ້​ນຳ​ບັນດາ​ກົມ​ກອງ​ກຳ​ແໜ້ນ​ສະພາບ​ການ​ຜັນ​ແປ​ຂອງ​ພາຍຸ ​ເພື່ອ​ຊີ້​ນຳ​ບັນດາ​ກົມ​ກອງ​ດັ່ງກ່າວ​ກຽມພ້ອມ​ໜູນ​ຊ່ວຍ​ປະຊາຊົນ​ເມື່ອ​ເກີດ​ສະພາບ​ການ​ທີ່​ຮ້າຍ​ແຮງ​ຢູ່​ເຂດ​ພູດ​ອຍ“.

 

ຂ່າວ/ບົດ​ອື່ນ