ກໍ່ສ້າງກຸ່ມກ້ອນມະຫາສາມັກຄີ, ເຊີດຊູຄວາມຮັບຜິດຊອບໃນການປົກປັກຮັກສາຜືນແຜ່ນດິນ

(VOVWORLD) -ຕອນບ່າຍວັນທີ 19 ກັນຍາ ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມຕີລາຄາວຽກງານສົມທົບ, ເປັນເອກະພາບເນື້ອໃນສົມທົບກັນເຄື່ອນໄຫວປົກປັກຮັກສາອະທິປະໄຕເຂດຊາຍແດນໃນໄລຍະຈະມາເຖິງ. 

ໃນຊຸມປີຜ່ານມາ, ວຽກງານສົມທົບກັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ທະຫານປ້ອງກັນຊາຍແດນ ຢູ່ທຸກຂັ້ນໄດ້ເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ. ສອງຝ່າຍໄດ້ສ້າງຂະບວນການທົ່ວປວງຊົນສາມັກຄີສ້າງຊີວິດດ້ານວັດທະນະທຳຢູ່ເຂດຊຸມຊົນ, ປະຕິບັດບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ” ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານ ແລະ ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໄລຍະຈະມາເຖິງ, ສອງຝ່າຍຍູ້ແຮງບັນດາການເຄື່ອນໄຫວໃນທົ່ວປະເທດອວ່າຍຫນ້າເມືອຫາປະຊາຊົນ, ນັກຮົບຢູ່ເຂດຊາຍແດນ, ໝູ່ເກາະ ດ້ວຍບັນດາການກະທຳແທດຈິງ, ວຽກງານລະອຽດ ເພື່ອແນໃສ່ລະດົມທຸກແຫລ່ງກຳລັງຊ່ວຍປະຊາຊົນຢູ່ເຂດຊາຍແດນພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວທຸກຍາກ, ສົມທົບກັນເຂົ້າຮ່ວມການກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ