ກໍ່ສ້າງສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ກາຍເປັນຊາຍຄາລວມຂອງນັກທຸລະກິດ ຫວຽດນາມ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ຄັ້ງທີ 2, ອາຍຸການ 2018 – 2023 ໄດ້ດຳເນີນໃນຕອນເຊົ້າວັນທີ 21 ພະຈິກ ຢູ່ຮ່າໂນ້ຍ. 
ກໍ່ສ້າງສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ກາຍເປັນຊາຍຄາລວມຂອງນັກທຸລະກິດ ຫວຽດນາມ - ảnh 1 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ຄັ້ງທີ 2, ອາຍຸການ 2018 – 2023 (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນວັນບີງ, ຫົວໜ້າຄະນະເສດຖະກິດສູນກາງໄດ້ຮັບຮູ້ການປະກອບສ່ວນຢ່າງລະອຽດຂອງປະຊາຄົມນັກທຸລະກິດພາກເອກະຊົນເວົ້າລວມ, ຂອງສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ເວົ້າສະເພາະ. ທ່ານ ຫງວຽນວັນບີງ ກ່າວວ່າ:

        ໃນໄລຍະຜ່ານມາ, ເສດຖະກິດພາກເອກະຊົນຮັກສາລະດັບຄວາມໄວການເຕີບໂຕດີ, ກວມກ່ວາ 40% GDP, ສ້າງວຽກເຮັດງານທຳໃຫ້ກຳລັງແຮງງານກ່ວາ 85%, ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ. ພ້ອມກັບການກຳເນີດ ແລະ ພັດທະນາຂອງເສດຖະກິດພາກເອກະຊົນ, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຄົມສູນກາງປະຕິບັດໄດ້ພາລະກຳທີ່ເປັນຕົວແທນໃຫ້ຖັນແຖວນັກທຸລະກິດພາກເອກະຊົນ ແລະ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ມີຄວາມເອກອ້າງທະນົງໃຈ.

        ທີ່ກອງປະຊຸມໃຫຍ່, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ໄດ້ກຳນົດໃນອາຍຸການ 2018 – 2023, ສືບຕໍ່ປະຕິບັດບັນດາມາດຕະການສ້າງສະມາຄົມນັບມື້ນັບໝັ້ນຄົງເຂັ້ມແຂງ, ກາຍເປັນຊາຍຄາລວມຂອງຖັນແຖວນັກທຸລະກິດພາກເອກະຊົນ ຫວຽດນາມ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ