ກອງ​ທັບ ຫວຽດ​ນາມ ແລະ ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​​ການ​ເມືອງ​ພາຍ​ໃນ​

(VOVWORLD) -ວັນທີ 13 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ກອງ​ທັບ ຫວຽດ​ນາມ ແລະ ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​​ການ​ເມືອງ​ພາຍ​ໃນ​ - ảnh 1ທ່ານ ພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ (ພາບ: TTXVN)

        ນະທີ່ນີ້, ທ່ານ ພົນຕີ ເຈິ່ນກວາງເຟືອງ ໄດ້ສະເໜີໃຫ້ບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານເສນາທິການ, ສະເໜີກັບການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນ ສອງປະເທດເພື່ອປ້ອງກັນ, ຄົ້ນພົບ, ຕໍ່ສູ້, ສະກັດກັ້ນຕໍ່ບັນດາກົນອຸບາຍ,ເລ່ລ່ຽມ, ການເຄື່ອນໄຫວມ້າງເພທຳລາຍພາຍໃນຂອງບັນດາອິດທິກໍາລັງເປັນ ປໍລະປັກຢ່າງມີປະສິດທິຜົນ. ທ່ານພົນຕີ ເຈິ່ນກວາງເຟືອງ ໄດ້ຢັ້ງຢືນວ່າ ການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການເພີ່ມທະວີການຮ່ວມມື, ປະຕິບັດສຳເລັດໜ້າທີ່ວຽກງານຂອງແຕ່ລະຝ່າຍໃຫ້ເປັນຢ່າງດີ, ຜ່ານນ້ັນປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ