ກອງທັບຊີຣີປົດປ່ອຍຕື່ມອີກຫຼາຍຢ່າງທີ່ຖືກ IS ຄວບຄຸມ

(VOVWORLD) -ວັນທີ 21 ຕຸລາ, ສຳນັກຂ່າວສານ SANA ຂອງຊີຣີ ໄດ້ໃຫ້ຂ່າວວ່າ, ກອງທັບ ແລະ ກຳລັງທະຫານລາດຂອງປະເທດນີ້ຍາດໄດ້ສິດຄວບຄຸມເທດສະບານທະເລຊາຍ Al Qaryatain ຂຶ້ນກັບແຂວງ Homs ຈາກກຳມືຂອງອົງການ IS
ກອງທັບຊີຣີປົດປ່ອຍຕື່ມອີກຫຼາຍຢ່າງທີ່ຖືກ IS ຄວບຄຸມ - ảnh 1 (ພາບປະກອບ: AFP/TTXVN)

ພາຍຫຼັງເກີດການປະທະກັນເປັນເວລາ 3 ອາທິດ. ຕາມອົງການຕິດຕາມກວດກາສິດທິມະນຸດປະຈຳຊີຣີ (SOHR) ແລ້ວ, ມີມືປືນ IS ກວ່າ 200 ຄົນໄດ້ຖອນອອກຈາກເທດສະບານດັ່ງກ່າວ. ນີ້ແມ່ນຄວາມເສຍຫາຍໃໝ່ສຸດໃນບັນດາການຖືກປະລາໄຊຂອງ IS ຢູ່ຊີຣີ ໃນເດືອນນີ້, ເມື່ອວັນທີ 20 ຕຸລາ, ບັນດາກຳລັງປະຊາທິປະໄຕ (SDF) ໂດຍອາເມລິກາ ໜູນຫຼັງ ໄດ້ຖະແຫຼງປົດປ່ອຍນະຄອນ Raqqa, ເຊິ່ງເປັນເມືອງເອກຂອງ IS ຢູ່ທາງທິດເໜືອຊີຣີ ໃນຮອບເວລາ 3 ປິຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ