ກອງທັບລັດຖະບານຊີຣີກະກຽມບັ້ນຮົບຄັ້ງໃຫຍ່ເພື່ອປົດປ່ອຍAleppo

ກອງທັບລັດຖະບານຊີຣີກະກຽມບັ້ນຮົບຄັ້ງໃຫຍ່ເພື່ອປົດປ່ອຍAleppo - ảnh 1
ນະຄອນ Aleppo
(ພາບ: AFP/TTXVN)

(vovworld) – ວັນ​ທີ 28/4, ໜັງສືພິມ​ສະໜັບສະໜູນ​ອຳນາດ​ການ​ປົກຄອງ ຊີຣີ “Al Watan” ​ໄດ້​ໃຫ້​ຂ່າວ​ວ່າ: ກອງທັບ​ປະ​ເທດນີ້​ພວມ​ກະກຽມ​ປະຕິ​ບັດ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ເພື່ອ​ແນ​ໃສ່​ປົດ​ປ່ອຍ Aleppo,​ ​ເຊິ່ງ​ແມ່ນ​ນະຄອນ​​ໃຫຍ່ອັນ​ດັບ 2 ຂອງ ຊີຣີ ​ແລະ ບັນດາ​ແຂວງ​ອ້ອມ​ຂ້າງຢ່າ​ງສົມບູນ. ໜັງສືພິມ​ດັ່ງກ່າວ​ໄດ້​ຊີ້​ແຈ້ງວ່າ​ນີ້​ແມ່ນ​ຈຸດ​ເວລາ​ເໝາະ​ສົມ​ເພື່ອ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ປົດ​ປ່ອຍ Aleppo ຢ່າງ​ສົມ​ບູນ. ກອງທັບລັດຖະບານ​ພວມ​ກະກຽມ​ບັ້ນ​ຮົບ​ທີ່ມີ​ຂອບ​ຂະໜາດ​ໃຫຍ່​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ​ເພື່ອ​ແນ​ໃສ່ບຸກຕີ​ທະຫານ​ກະບົດ​​ໃຫ້​ຖອນອອກ​ຈາກ​ນະຄອນ​ດ້ວຍ​ວິທີ​ປິດ​ລ້ອມ​ເຂດ​ນີ້ ​ແລະ ສ້າງ​ຕັ້ງ​ເຂດປອດ​ໄພ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 10/4, ທ່ານ​ Wael Al Halqi, ນາຍົກລັດຖະມົນຕີ ຊີຣີ ປະກາດ​ວ່າ ທະຫານລັດຖະບານ ພວມ​ກະກຽມ​ໃຫ້​ບັ້ນ​ຮົບ​ປົດ​ປ່ອຍ Aleppo ​ແລະ ປິດ​ລ້ອມ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຢ່າງຜິດ​ກົດໝາຍທີ່​ບໍ່​ເຂົ້າ​ຮ່ວມ ຫຼື ​ໄດ້ທຳລາຍ​ຂໍ້​ຕົກລົງ​ຢຸດ​ຍິງ.


ຂ່າວ/ບົດ​ອື່ນ