ກອງທັບສປປ.ເກົາຫຼີກ່າວເຕືອນຈະໂຕ້ຕອບການຊ້ອມຮົບຮ່ວມສ.ເກົາຫຼີ-ອາເມລິກາ

ກອງທັບສປປ.ເກົາຫຼີກ່າວເຕືອນຈະໂຕ້ຕອບການຊ້ອມຮົບຮ່ວມສ.ເກົາຫຼີ-ອາເມລິກາ - ảnh 1
(ພາບ​ປະ​ກອບ: AFP)

(vovworld) –​ ວັນ​ທີ 12/03, ກອງ​ທັບ​ສ​ປ​ປ.ເກົາ​ຫຼີ ຖະ​ແຫຼງວ່າ ຈະ​ໂຕ້​ຕອບ​ການ​ຊ້ອມ​ຮົບ​ຮ່ວມ​ສ.ເກົາ​ຫຼີ - ອາ​ເມ​ລິ​ກາ ທີ່​ພວມ​ດຳ​ເນີນ. ສຳ​ນັກ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ.ເກົາ​ຫຼີ (KCNA) ໄດ້​ຄັດ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ເສນ​າ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ສ​ປ​ປ.ເກົາ​ຫຼີ (KPA) ທີ່​ເວົ້າ​ວ່າ, KPA ມີ​ແຜນ​ກາ​ນ​ໂຕ້​ຕອບ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ ສ.ເກົາ​ຫຼີ - ອາ​ເມ​ລິ​ກາ “ດ້ວຍ​ຍຸດ​ທະ​ສາດ​ປົດ​ປ່ອຍ​ທົ່ວ​ສ.ເຫົາ​ຫຼີ ຜ່ານ​ບັນ​ດາ​ການ​ບຸ​ກ​ໂຈມ​ຕີ​ຢ່າງ​ໄວ ມີ​ຄວາມ​ຊັດ​ເ​ຈ​ນ​ສູງ”, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ​ຂອງ​ສ​ປ​ປ.ເກົາ​ຫຼີ ພວມ “ກຳ​ແໜ້ນປືນ” ແລະ ລໍ້​ຖາ​ຄຳ​ສັ່ງ​ຂອງ​ກະ​ຊວງ​ກອງ​ບັນ​ຊາ​ການສູງ​ສຸດ.

​      ຄ​ຳ​ຖະ​ແຫຼງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່​ ສ.ເກົາ​ຫຼີ - ອາ​ເມ​ລິ​ກາ ພວມ​ດຳ​ເນີນ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ຈຳ​ປີ​ແຕ່​ວັນ​ທີ 07/03, ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່​ກ່​ວາ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັ​ນ.

ຂ່າວ/ບົດ​ອື່ນ