ກອງທັບເຮືອສ.ເກົາຫຼີ,ອາເມລິກາຊ້ອມຮົບຍິງລູກປືນແທ້

ກອງທັບເຮືອສ.ເກົາຫຼີ,ອາເມລິກາຊ້ອມຮົບຍິງລູກປືນແທ້ - ảnh 1
(ພາບ​ປະ​ກອບ: YONHAP/ TTXVN)

(vovworld) - ວັນ​ທີ 25/04, ສ.ເກົ​າ​ຫຼີ  ແລະ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຍິງ​ລູກ​ປືນ​ແທ​້​ຢູ່​ທະ​ເລເຫຼືອງ, ການ​ກະ​ທຳ​ດັ່ງ​ກ່າວ​​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ສຳ​ພັນ​ທະ​ມິດ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ປະ​ເທດ ຕ້ານ​​ຄືນສ​ປ​ປ.ເກົາ​ຫຼີ. ການ​ຊ້ອມ​ຮົບ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງກ່ຳ​ປັ່ນ​ຂັບ​ໄລ່ Wanggeon 4.400 ໂຕນ ແລະ ກ່ຳ​ປັ່ນ​ຂັບ​ໄລ່​ບັນ​ຈຸ​ລູກ​ສອນ​ໄຟ​ນ​ຳ​ວິ​ຖີ USS E.Meyer ຂອງ​ກອງ​ທັບ​ອາ​ເມ​ລິ​ກາ. 2 ຝ່າຍ​ໄດ້​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວຍຸດ​ທະ​ວິ​ທີ​​ປະ​ສົມ ແລະ ຍິງ​ລູກ​ປືນ​ແທ້. ນອກນັ້ນ, ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ກໍ່​ສ້າງ​ແຜນ​ການ​ດຳ​ເນີນ​ການ​ຊ​້ອມ​ຮົບ​​ທະ​ຫານ​ເຮືອຮ່ວມ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ “ຄາດ​ວ່າ​ໃນ​ທ້າຍ​ເດືອນ 04” ຢູ່​ທະ​ເລ​ຍີ່​ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ