ກອງທັບເຮືອອາເມລິກາຍິງກ່າວເຕືອນກ່ຳປັ່ນຂອງອີຣານ

ກອງທັບເຮືອອາເມລິກາຍິງກ່າວເຕືອນກ່ຳປັ່ນຂອງອີຣານ - ảnh 1
(ພາບປະກອບ / Reuters)

(vovworld) - ​ ກ່ຳ​ປັ່ນ​ລົບ​ຂອງ​ກອງທັບ​ເຮືອ ອາ​ເມລິ​ກາ ​ໄດ້​ຍິງ​ກ່າວ​ເຕືອນ​ກຳ່​ປັ່ນ 4 ລຳ​ຂອງ​ກຳລັງພິທັກ​ຮັກສາ​ປະຕິວັດ​ອິດສະ​ລາມ ອີຣານ (IRGC) ພາຍ​ຫລັງ ບັນດາ​ກ່​ຳປັ່ນ​ດັ່ງກ່າວ​​ໄດ້ເຄື່ອນ​ຍ້າຍ​ດ້ວຍຄວາມ​ໄວ​ສູງ​ເຂົ້າ​ເຂດ​ໃກ້​ກັບຊ່ອງ​ແຄບ​ທະ​ເລ Hormuz. ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ທີ 08/01. ກ່ຳ​ປ່ັນ​ລົບ USS Mahan ຂ​ອງກອງທັບ​ເຮືອ ອາ​ເມ​ລິ​ກາ ​ໄດ້​ຕິດ​ຕໍ່ກັບ​ບັນດາ​ກ່ຳ​ປັ່ນ​ຂອງ ອີຣານ ​ຜ່ານ​ວິທະຍຸ ຮຽກ​ຮ້ອງ​ບັນດາ​ກ່ຳ​ປ່ັນ​ດັ່ງກ່າວ​ ​ຫລຸ​ດ ຜ່ອນຄວາມ​ໄວລົງ ​ແຕ່​ບັນດາກ່ຳ​ປັ່ນ​ຂອງ ອີຣານ ພັດ​ບໍ່​ປະຕິບັດ​ຕາມ. ກ່ຳ​ປ່ັນ​ລົບ​ຂອງ​ກອງທັບ​ເຮືອ ອາ​ເມ​ລິ​ກາ ​ຈຶ່ງໄດ້​ຍິງ​ກ່າວ​ເຕືອນ ​ແລະ ຍົນ​ເຣລີກ​ອບ​ເຕີ 1 ລຳ​ຂອງ​ກອງທັບ​ເຮືອ ອາ​ເມ​ລິ​ກາ ​​ໄດ້ປ່ອຍ​ຂວັນອອກ​ກ່ອນ​ທີ່​ຈະຍິງ​ກ່າວ​ເຕືອນ. ບັນດາ​ກ່ຳ​ປ່ັນ​ຂອງ ອີຣານ ​ເຄື່ອນ​ຍ້າຍ​​ເຂົ້າ​ໄປ​ໃກ້​ກ່ຳ​ປ່ັນ Mahan ດ້ວຍ​ໄລຍະ​ຫ່າງພຽງ​ແຕ່ 800 ​ແມັດ​ເທົ່າ​ນັ້ນ. ປະຈຸ​ບັນ​ຝ່າຍ ອີຣານ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ວິຈານ​ໃດ.

 

 

ຂ່າວ/ບົດ​ອື່ນ