ກອງປະຊຸມ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

ກອງປະຊຸມ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1
ກອງ​ປະຊຸມ 3 ຫຼ່ຽມພັດທະນາ​ ກຳ​ປູ​ເຈຍ - ລາວ - ຫວຽດນາມ
(ພາບ: bttv.org.vn)


(vovworld) -     ​ໃນ​ຂອບ​ເຂດ​ກອງ​ປະຊຸມຄະນະ​ກຳມະການ​ປະສານ​ງານ​​ເຂດສາມຫຼ່ຽມ​ພັດທະນາ​ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 8, ວັນ​ທີ 6/12, ຢູ່​ນະຄອນ ກອນ​ຕູມ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ນັກ​ວິ​ຊາ​ການ 3 ຫຼ່ຽມພັດທະນາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ, ລາວ ​ແລະ ລັດຖະມົນຕີ​ກະຊວງ​ແຜນການ​ກຳປູ​ເຈຍ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ເຊິ່ງການ​ນຳ 3 ປະ​ເທດ​ໄດ້​ອະນຸມັດ​ຜ່ານ, ຜ່ານ​ນັ້ນ, ຊອກ​ຫາ​ບັນດາ​ມາດ​ຕະການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນໃນ​ຂົງ​ເຂດປ້ອງ​ກັນຄວາມ​ສະຫງົບ, ການ​ຕ່າງປະ​ເທດ, ​ເສດຖະກິດ, ສິ່ງ​ແວ​ດລ້ອມ, ສັງຄົມ ​ໃນ​ເຂດ 3 ຫຼ່ຽມພັດທະນາ​​​ໄລຍະ​ຈະ​ມາ​ເຖິງ. ທ່ານ ໜູ​ພອນ ເຂັມ​ມະ​ໄລ, ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ ​ເຊ​ກອງ, ສປປ ລາວ ​ໃຫ້​ຮູ້​ວ່າ.

        “ການ​ລົງທຶນ​ຂອງ​ຫວຽດນາມ ​ໃນ​ແຂວງ​ເຊ​ກອງ​ມີ 14 ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ປະມານ 500 ລ້ານ USD, ​ເມື່ອ​ທຽບ​ໃສ່​ບັນດາ​ນັກ​ລົງທຶນ​ອື່ນໆ ​ແມ່ນ​ຢືນ​ອັນ​ດັບ​ໜຶ່ງ. ​ແຫຼ່​ງ​ເງິນ​ລົງທຶນ ​ແລະ ບັນດາ​ໂຄງການ​​ຂອງ​ນັກ​ລົງທຶນ​ຫວຽດນາມ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ​ໂດຍ​ສະ​ເພາະ​​ໄດ້​ເຮ​ັດ​ໃຫ້​​ເຂດຊົນນະບົດ​ມີ​​ໜ້າ​ໃໝ່, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຮັບປະກັນ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ແຂວງ​ເປັນ​ປົກກະຕິ.”

        ບັນດາ​ຜູ້​ແທນ​ໄດ້​ເປັນ​ເອກະ​ພາບ​​ສະ​ເໜີ​ປະຕິບັດ​ບາງ​ມາດ​ຕະການ​ແກ້​ໄຂ, ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຮັບປະກັນ​​ໃຫ້​ແກ່​ການປະຕິບັດ​ແຜ​ນສັງ​ລວມພັດທະນາ​ເສດຖະກິດ​ສັງຄົມຢູ່ເຂດ 3 ຫຼ່ຽມພັດທະນາ​​ໃຫ້​ຖືກ​ທິດ ​ແລະ ບັນລຸ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ​ໃນ​ນັ້ນ, 3 ປະ​ເທດ​​ເຫັນ​ດີ​ເປັນ​ເອກະ​ພາບຮັກສາ​ອັດຕາ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍຢູ່​ໃນ​ລະດັບ​ແຕ່ 10 – 11%/ປີ ​ແລະ ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ 1.300 USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ