ກອງປະຊຸມ “FTA ອີຢູ - ຫວຽດນາມ: ບັນດາກາລະໂອກາດໃໝ່”

ກອງປະຊຸມ “FTA ອີຢູ - ຫວຽດນາມ: ບັນດາກາລະໂອກາດໃໝ່” - ảnh 1
(ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ
ເຈີ່ນ​ກ໋ວກ​ແຄ໋ງ ​ທີ່ກອງ​ປະ​ຊຸມ)

(vovworld) - ​ວັນ​ທີ 14/09, ຄະ​ນະ​​ຜູ້​ຕາງ​ໜ້າ​ຫວຽດ​ນາມ ຄ​ຽງ​ຂ້າງ​ອີ​ຢູ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຝ່າຍ​ອີ​ຢູ ແລະ ຄະ​ນະ​ຜູ້​ຕາງ​ໜ​້າ​ແບນ​ຊິກ ຄຽງ​​ຂ້າງ​ອີ​ຢູ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “FTA ​ອີ​ຢູ - ຫວຽດ​ນາມ: ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່”. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາທຳ​ອິດ​ກ່ຽວ​ກັບ EVFTA ​ຖືກ​ຈັດ​ຕັ້ງຢູ່​ສະ​ຫະ​ພາບ​ເອີ​ລົບ, ດ້ວຍ​ຈຸດ​ປະ​ສົງ​ແຈ້ງ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ ແລະ ລະ​ອ​ຽດ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອີ​ລົບ ກ່ຽວ​ກັບບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ສັນ​ຍາ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ​ຫົວ​ໜ້າ​ຄ​ະ​ນະ​ເຈ​ລະ​ຈາ​ຂອງ​ອີ​ຢູ ທ່ານ Mauro Petriccione ເນັ້ນ​ໜັກ​ວ່າ, “ບັນ​ດາ​ຄຸນ​ຄ່າ​​ທີ່ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ” ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ອີ​ຢູ ກັບ​ຫວຽດ​ນາມ ທີ່​​ພວມພັດ​ທະ​ນາ​ຢ່າງ​ແຮງ ແລະ ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຕະ​ຫຼາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ແລະ ​ມີແຫຼ່ງ​ຄົນ​ງານ​ທີ່​ອຸ​ດົ​ມ​ສົມ​ບຸນ ແລະ ພິ​ເສດ, ຫວຽດ​ນາມ ແມ່ນ​ປະ​ຕ​ູ​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອີ​ຢູ ສາ​ມາດ​ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ບັນ​ດາ​ປະ​ເທດ​ອາຊຽນ ແລະ ຕະ​ຫຼາດ​ໃຫຍ່​ແຫ່ງ​ຕ່າງໆ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ VOV, ທ່ານ Mauro Petriccione ໃຫ້​ຮູ້​ວ່​າ.

        “ມີ​ຂໍ້​ຕິດຂັດ​ຫຼາຍ​ຂໍ້​ຈາກ​ຝ່າຍ​ວິ​ສາ​ຫະ​ກິດ​ອີ​ຢູ, ຈາກ​ປະ​ຊາ​ຊົນ​ອີ​ຢູ ເຊິ່ງ​ພວກ​ຂ​້າ​ພະ​ເຈົ້າ​ຕ້ອງມ​ີ​ຄ​ຳ​ຕອບ. ພວມ​ຂ້າ​ພະ​ເຈົ້າ​ຕ້ອງ​ໄຈ້​ແຍກ​ຢ່າງ​ລະ​ອຽດ​ເປັນ​ຫຍັງ​ສັນ​ຍາ​ພັດ​ມິ​ຄວາມ​ສຳ​ຄັນ​ສຳ​ລັບ​ທັງ 2 ຝ່າຍ​ຫວຽດ​ນາມ ແລະ ອີ​ຢູ. ບັນ​ດາ​​ຂໍ້​ຕິດ​​ຂັດນັ້ນ​ລ້ວນ​ແຕ່​ຖືກ​ຕາມ​ກົດ​ໝາຍ ແລະ ຄວາມ​ສາ​ມາດ​ເຂົ້າ​ໃຈ​ໄດ້, ສະ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຂໍ້​ມູນ​ຂ​່າວ ແລະ ອະ​ທິ​ບາຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເອີ​ລົບ”.

        ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ເຈີ່ນ​ກ໋ວກ​ແຄ໋ງ ໃຫ້​ຮູ້​ວ່າ.

        “ຜ່ານ​ການ​ພົບ​ປະ​ຢູ່ບ​ຣຸກ​ແຊນ ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ເຫັນໄດ້​ຄວາມກະ​ຕື​ລື​ລົ້​ນທີ່​​ສຸດຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ອີ​ຢູ, ຍ້ອນ​ເຂົ້າ​ເຈົ້າ​ເຫັນໄດ້​​ອະ​ນາ​ຄົດ​ບໍ່​ພຽງ​ແຕ່​ລະ​ຫວ່າງ​ອີ​ຢູ ກັບ​ຫວຽດ​ນ​າມ ເທົ່​ານັ້ນ, ຫ​າກ​ຍັງ​ເຫັນ​ໄດ້​ວ່າ ຖ້າ​ເຂົ້າ​ເຈົ້າ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ອາດ​ ສາ​ມາດ​ສຳ​ພັດ​ກັບ​ຕະ​ຫຼ​າດ​ໃຫຍ່ຂອງ​ອາ​ຊຽນ ດ້ວຍ​ພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ. ຍິ່ງກວ່ານັ້ນ​, ຫວຽດ​ນາມ ​ຍັງມີ​ສັນ​ຍາ​ກັບ​ບັນ​ດາ​ຕະ​ຫຼາດ​ໃຫຍ່​ຄື: ອີ​ຢູ, ລັດ​ເຊຍ, ຍີ່​ປຸ່ນ, ອົດ​ສະ​ຕາ​ລີ… ຖ້າ​ຫາກ TPP ໄດ້​ຮັບ​ຮອງ​ເອົາ, ພວກ​ເຮົາ​ຍັງ​ມີ​ສັນ​ຍາ​ເສ​ລີ​ກັບ​ອາ​ເມ​ລິ​ກາ, ກາ​ນາ​ດາ ອີກ”.

ຂ່າວ/ບົດ​ອື່ນ