ກອງປະຊຸມ AMM 50: ບັນດາປະເທດຄູ່ຮ່ວມມືຢືນຢັນບົດບາດ ແລະ ການຮ່ວມມືຂອງ ອາຊຽນ

(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ພວມຈັດຕັ້ງຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ຕອນເຊົ້າວັນທີ 6 ສິງຫາ, ໄດ້ຈັດຕັ້ງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື ການາດາ, ສ. ເກົາຫຼີ ແລະ ນິວຢີແລນ (ອາຊຽນ +1).
ກອງປະຊຸມ AMM 50: ບັນດາປະເທດຄູ່ຮ່ວມມືຢືນຢັນບົດບາດ ແລະ ການຮ່ວມມືຂອງ ອາຊຽນ - ảnh 1ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ 

ການພົບປະລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບແຕ່ລະຄູ່ຮ່ວມເຈລະຈາແມ່ນເພື່ອແນໃສ່ພິຈາລະນາບັນດາບາດກ້າວໃນການພົວພັນ 2 ຝ່າຍ, ເຊິ່ງລວມມີ ການປະຕິບັດແຜນການເຄື່ອນໄຫວຕາມ 3 ເສົ້າຄ້ຳຂອງ ອາຊຽນ, ເປີດຊ່ອງທາງໃຫ້ແກ່ການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ບັນດາປະເທດຄູ່ຮ່ວມມືກໍ່ຢືນຢັນສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືມີປະສິດທິຜົນໃນໄລຍະຈະມາເຖິງ. ທ່ານ Chrystia Freeland, ລັດຖະມົນຕີການຕ່າງປະເທດ ການາດາ ຢືນຢັນວ່າ:

        “ກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງໃນຈຸດເວລາພິເສດ, ນັ້ນແມ່ນ ອາຊຽນຄົບຮອບ 50 ປີ ແລະ ການພົວພັນຄູ່ຮ່ວມເຈລະຈາ ອາຊຽນ - ການາດາ ຄົບຮອບ 40 ປີ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສືບຕໍ່ປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍ. ເມື່ອເວົ້າເຖິງການພົວພັນ ອາຊຽນ - ການາດາ, 2 ຝ່າຍມີການຮ່ວມສຳພັນ, ແບ່ງປັນຫຼາຍຜົນງານລວມຊ່ວຍນຳມາໃຫ້ບັນດາກາລະໂອກາດຮ່ວມມື. ພວກຂ້າພະເຈົ້າປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ອາຊຽນໃນບັນດາຂົງເຂດຄື ການຄ້າ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານກໍ່ການຮ້າຍ…”      

          ໃນບັນດາກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຕຳແໜ່ງ ສ. ເກົາຫຼີ ແລະ ນີວຢີແລນ, ບັນດາຄູ່ຮ່ວມມືລ້ວນແຕ່ຢືນຢັນບົດບາດຂອງ ອາຊຽນ ຢູ່ພາກພື້ນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ