ກອງປະຊຸມ AMM 50: ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບ ອາຊຽນ ຊຸກຍູ້ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ

(VOVWORLD) - ຕອນເຊົ້າວັນທີ 6 ສິງຫາ, ໃນຂອບເຂດກອງປະຊຸມ AMM 50 ຢູ່ ຟີລິບປິນ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ກ່ຽວກັບຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ, ໂດຍລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ເປັນປະທານ. 

ກອງປະຊຸມ AMM 50: ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບ ອາຊຽນ ຊຸກຍູ້ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ - ảnh 1 ແມ່ຍິງຂາຍເຄື່ອງຢູ່ຊາປາ

ພາບປະກອບ

ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ ແມ່ນໂຄງການອຸປະຖຳທຳອິດຂອງລັດຖະບານ ອົດສະຕາລີ, ທີ່ມີມູນຄ່າ 46 ລ້ານ ໂດລາ ອົດສະຕາລີ, ເພື່ອແນໃສ່ມອບສິດໃຫ້ແມ່ຍິງເຂົ້າຮ່ວມຢ່າງແຮງກ່ວາເຂົ້າການເຄື່ອນໄຫວເສດຖະກິດ - ສັງຄົມ ຢູ່ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ຕີລາຄາສູງບັນດາໝາກຜົນປະທັບໃຈຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຕີລາຄາສູງບົດບາດປະຈັນບານຂອງລັດຖະບານ ອົດສະຕາລີ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພີ່ມສິດໃຫ້ແຫ່ແມ່ຍິງຢູ່ພາກພື້ນ. ທ່ານ ຟ້າມບີ່ງມີງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ພວມຜັນຂະຫຍາຍຫຼາຍມາດຕະການລະອຽດ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພ້ອມທັງເໜັ້ນໜັກໜູນຊ່ວຍການເຂົ້າຮ່ວມ ແລະ ຍົກສູງບົດບາດຂອງແມ່ຍິງ ຢູ່ບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍທີ່ສຸດ (MSMEs), ບໍ່ພຽງແຕ່ແມ່ນວິທີການທີ່ມີປະໂຫຍດ ເພື່ອແນໃສ່ເພີ່ມສິດໃຫ້ແມ່ຍິງ ໃນເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງຂອງ (MSMEs), ປະກອບສ່ວນເຂົ້າການພັດທະນາ ແລະ ຄວາມວັດທະນາຖາວອນລວມຂອງບັນດາປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ