ກອງປະຊຸມ AMM 51: ອີຣານ ສະເໜີຍົກສູງການສະໜັບສະໜູນຂອງປະຊາຄົມສາກົນຕໍ່ JCPOA

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ທ່ານໄດ້ມີການພົບປະກັບປະທານາທິບໍດີ ແລະ ລັດຖະມົນຕີ ສິງກະໂປ ກໍ່ຄືລັດຖະມົນຕີການຕ່າງປະເທດບັນດາປະເທດ

ກອງປະຊຸມ AMM 51: ອີຣານ ສະເໜີຍົກສູງການສະໜັບສະໜູນຂອງປະຊາຄົມສາກົນຕໍ່ JCPOA - ảnh 1 ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ 

(ພາບ: AFP)

ວັນທີ 4 ສິງຫາ, ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຊົມເຊີຍຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຄົມສາກົນໃນການຮັກສາຂໍ້ຕົກລົງດ້ານນິວເຄຼຍລະຫ່ວາງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ: ອາເມລິກາ, ຈີນ, ອັງກິດ, ຝລັ່ງ, ລັດເຊຍ ແລະ ເຢຍລະມັນ) ພາຍຫຼັງທີ່ ອາເມລິກາ ຖອນອອກຈາກຂໍ້ຕົກລົງນີ້. ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ທ່ານໄດ້ມີການພົບປະກັບປະທານາທິບໍດີ ແລະ ລັດຖະມົນຕີ ສິງກະໂປ ກໍ່ຄືລັດຖະມົນຕີການຕ່າງປະເທດບັນດາປະເທດຄື: ຈີນ, ນິວຊີແລນ, ອົດສະຕາລີ ແລະ ອິນໂດເນເຊຍ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມຈັດຕັ້ງຢູ່ສິງກະໂປ. ວົງການເຈົ້າໜ້າທີ່ປະເທດຕ່າງໆນີ້ໄດ້ເຫັນດີກ່ຽວກັບຄວາມຈຳເປັນຕ້ອງສົມທົບກັນກະທຳເພື່ອແນໃສ່ຮັກສາຂໍ້ຕົກລົງທີ່ມີຊື່ເຕັມວ່າ: ແຜນການກະທຳລວມຮອບດ້ານ (JCPOA). ນອກຈາກນັ້ນ, ທ່ານ Zarif ກໍ່ມີການແລກປ່ຽນກັບຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Federica Mogherini ກ່ຽວກັບບັນດາບາດກ້າວເພື່ອແນໃສ່ຮັບປະກັນຜົນປະໂຫຍດດ້ານເສດຖະກິດສຳລັບປະຊາຊົນ ອີຣານ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ