ກອງປະຊຸມ AMM 52: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 20

(VOVWORLD) -ວັນທີ 02 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ + 3 ຄັ້ງທີ 20 ດຳເນີນໃນຂອບເຂດກອງປະຊຸມ AMM 52, ໄດ້ຈັດຂຶ້ນຢູ່ບາງກອກ, ປະເທດໄທ.
ກອງປະຊຸມ AMM 52: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 20 - ảnh 1(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ, ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມເປີດກວ້າງການຮ່ວມມືອາຊຽນ + 3 ໃນບັນດາຂົງເຂດພັດທະນາ ໂດຍອີງໃສ່ການປະດິດຄິດສ້າງຄື: ເຊື່ອມຕໍ່ດີຈີຕອນ, ການຄ້າເອເລັກໂຕນິກ, ເຂດຕົວເມືອງອັດສະລິຍະ, ຊຸກຍູ້ການພັດທະນາຈຸລະວິສາຫະກິດວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄ້ຳປະກັນສະບຽງອາຫານ… ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ໄດ້ ແລະ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ຊຸກຍູ້ ແລະ ເສີມຂະຫຍາຍວິວັດທະນາການອາຊຽນ + 3 ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ອາຊີ.

ຕອນບ່າຍວັນທີ 02 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ເຂົ້າຮ່ວມເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 26.

ຕອບກັບ

ຂ່າວ/ບົດ​ອື່ນ