ກອງປະຊຸມ IMF-WB: ໄຂກອງປະຊຸມຄົບຄະນະ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ກອງປະຊຸມຄົບຄະນະປະຈຳປີກອງທຶນເງິນຕາສາກົນ - ທະນາຄານໂລກ (IMF - WB) ໄດ້ໄຂຂຶ້ນຢູ່ສູນກອງປະຊຸມ Bali Nusa Dua, ປະເທດອິນໂດເນເຊຍ.

ກອງປະຊຸມ IMF-WB: ໄຂກອງປະຊຸມຄົບຄະນະ - ảnh 1ໄຂກອງປະຊຸມຄົບຄະນະ IMF-WB

(ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ຖືວ່າ, ໂລກາພິວັດ ແລະ ການເປີດອົກເປີດໃຈຂອງພື້ນຖານເສດຖະກິດສາກົນ ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ທັງບັນດາປະເທດພັດທະນາ ແລະ ພວມພັດທະນາ. ຍ້ອນການໜູນຊ່ວຍຂອງບັນດາພື້ນຖານເສດຖະກິດພັດທະນາ, ບັນດາປະເທດພວມພັດທະນາຈຶ່ງສາມາດປະກອບສ່ວນຢ່າງໃຫຍ່ຫຼວງກວ່າເຂົ້າໃນການເຕີບໂຕດ້ານເສດຖະກິດໂລກ. ນອກນັ້ນ, ທ່ານປະທານາທິບໍດີ Joko Widodo ກໍ່ເຕື້ອງເຖິງບັນດາໄພນາບຂູ່ທົ່ວໂລກພວມເພີ່ມຂຶ້ນຢ່າງໄວວາ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ສິ່ງເສດເຫຼືອທີ່ເປັນຢາງຢູ່ທະເລ, ທັນຍາຫານບໍ່ຮັບປະກັນຄວາມປອດໄພຢູ່ຫຼາຍແຫ່ງ.

        ໃນຂະນະນັ້ນ, ທ່ານ Jim Yong Kim, ປະທານ WB ເນັ້ນໜັກວ່າ, ກອງປະຊຸມແມ່ນບ່ອນແບ່ງປັນບັນດາແນວຄວາມຄິດ ແລະ ວິທີສຳພັດໃໝ່ ເພື່ອແນໃສ່ຕອບບັນດາຄຳຖາມໃຫຍ່ກ່ຽວກັບບັນດາບັນຫາທີ່ພວມວາງອອກໃຫ້ໂລກຄື: ສິ່ງແວດລ້ອມ, ໄພທຳມະຊາດ, ການຄຸ້ມຄອງໜີ້ສິນ, ການລົງທຶນເຂົ້າມະນຸດ, ຢຸດຕິສະພາບອຶດຫິວທຸກຍາກໃນປີ 2030 ແລະ ເພີ່ມທະວີຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ