ກອງປະຊຸມ SEAMEO: ຄວນສ້າງສະພາບແວດລ້ອມການຮໍ່າຮຽນແບບມີຄວາມຜາສຸກ

(VOVWORLD) -ຈຸດສຸມຂອງພື້ນຖານການສຶກສາ ແມ່ນຕ້ອງສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນແບບມີຄວາມຜາສຸກ ເຊິ່ງຢູ່ໃນນັ້ນ ເຕັກໂນໂລຢີໜູນຊ່ວຍຜູ້ຮໍ່າຮຽນສ້າງຄວາມຮັກແພງ ແລະ ຊຸກຍູ້ກໍາລັງໜູນຮໍ່າຮຽນຕະຫຼອດຊີວິດ.
ກອງປະຊຸມ SEAMEO: ຄວນສ້າງສະພາບແວດລ້ອມການຮໍ່າຮຽນແບບມີຄວາມຜາສຸກ - ảnh 1 ລັດຖະມົນຕີກະຊວງການສຶກສາບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 23 ກໍລະກົດ, ກ່າວຄໍາເຫັນທີ່ກອງປະຊຸມ ຂອງອົງການລັດຖະມົນຕີການສຶກສາອາຊີຕາເວັນອອກສ່ຽງໃຕ້ (SEAMEO) ຄັ້ງທີີ 50 ພວມດໍາເນີນໄປຢູ່ ມາເລເຊຍ, ທ່ານຟຸ່ງຊວັນຫຍະ ລັດຖະມົນຕີກະຊວງການສຶກສາ ແລະ ບໍາລຸງສ້າງຫວຽດນາມ ຖືວ່າ: ຈຸດສຸມຂອງພື້ນຖານການສຶກສາ ແມ່ນຕ້ອງສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນແບບມີຄວາມຜາສຸກ ເຊິ່ງຢູ່ໃນນັ້ນ ເຕັກໂນໂລຢີໜູນຊ່ວຍຜູ້ຮໍ່າຮຽນສ້າງຄວາມຮັກແພງ ແລະ ຊຸກຍູ້ກໍາລັງໜູນຮໍ່າຮຽນຕະຫຼອດຊີວິດ. ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ປາດຖະໜາວ່າ ກອງປະຊຸມ ຈະແມ່ນບ່ອນແບ່ງປັນບົດຮຽນ ແລະ ຂໍ້ລິເລີ່ມ ຊ່ວຍໃຫ້ບັນດາປະເທດ ອາຊຽນ ເປີດກວ້າງການພົວພັນຮ່ວມມື ພ້ອມກັນມຸ່ງໄປເຖິງ ອາຊຽນ ວັດທະນາຖາວອນ ແລະ ພັດທະນາ.

        ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ຝ່າຍຫວຽດນາມ ກໍໄດ້ພົບປະກັບລັດຖະມົນຕີການສຶກສາ ມາເລເຊຍ, ໄທ ໄປຢ້ຽມຢາມຊອກຮູ້ບົດຮຽນກ່ຽວກັບຮູບແບບການສິດສອນ ແລະ ບໍາລຸງສ້າງການຄຸ້ມຄອງຢູ່ໂຮງຮຽນຈໍານວນໜຶ່ງຂອງ ມາເລເຊຍ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ