ກອງປະຊຸມ Shangri – La 2019: ສະກັດກັ້ນການປະທະກັນ, ຮັບປະກັນພາກາພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ

(VOVWORLD) -ເວທີປາໄສປີນີ້ ໄດ້ສ້າງຂີດໝາຍ ແມ່ນປີມີຈໍານວນຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍ 44 ຄະນະຜູ້ແທນຂັ້ນລັດຖະບານ ທີ່ມາຈາກ 56 ປະເທດ ແລະ ເຂດແຄວ້ນໃນໂລກ.

        ວັນທີ 2 ມິຖຸນາ, ຢູ່ສິງກະໂປ, ກອງປະຊຸມ Shangri – La 2019 ໄດ້ອັດລົງດ້ວຍ 3 ກອງປະຊຸມປຶກສາຫາລືຄົບຄະນະ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງບັນດາຫົວຂໍ້ຄື: ຈີນ ແລະ ການຮ່ວມມືດ້ານຄວາມໝັ້ນຄົງສາກົນ, ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດມີການແກ້ງແຍ້ງກັນ, ຮັບປະກັນພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ.

        ກ່າວຄໍາເຫັນສິ້ນສຸດ ກອງປະຊຸມ Shangri – La 2019, ຜູ້ອໍານວຍການຝ່າຍບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ ໃຫ້ຮູ້ວ່າ ເວທີປາໄສປີນີ້ ໄດ້ສ້າງຂີດໝາຍ ແມ່ນປີມີຈໍານວນຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍ 44 ຄະນະຜູ້ແທນຂັ້ນລັດຖະບານ ທີ່ມາຈາກ 56 ປະເທດ ແລະ ເຂດແຄວ້ນໃນໂລກ. ໄປຄຽງຄູ່ກັບຄວາມສົນໃຈຕໍ່ສານຕ່່າງໆຈາກບັນດາປະເທດໃຫຍ່ຄື ອາເມລິກາ, ຈີນ ແລ້ວ, ເວທີປາໄສປີນີ້ ກໍແມ່ນໂອກາດເພື່ອໃຫ້ບັນດາປະເທດອື່ນ ສະແດງທັດສະນະຂອງຕົນ, ຈາກນັ້ນຊອກຫາສຽງເວົ້າລວມ ເພື່ອຮັບປະກັນຜົນປະໂຫຍດຂອງຕົນ, ພ້ອມທັງຮັບປະກັນສັນຕິພາບ, ສະຖຽນລະພາບຂອງພາກພື້ນ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ