ກອງປະຊຸມ Shangri – La: ການຮ່ວມມື ແມ່ນຂໍ້ກຸນແຈແກ້ໄຂບັນດາການຂັດແຍ້ງຢູ່ທະເລ

(VOVWORLD) -   ວັນທີ 01 ມິຖຸນາ, ກອງປະຊຸມ Shangri – La ຄັ້ງທີ 18 ໄດ້ດໍາເນີນບັນດາວາລະປຶກສາຫາລື ພ້ອມດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນທະເລ, ການພັດທະນາຂະແໜງອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ..., ໃນນັ້ນໄດ້ເນັ້ນໜັກເປັນພິເສດເຖິງການເພີ່ມທະວີການຮ່ວມມື ແລະ ການເຈລະຈາ ແມ່ນຂໍ້ກຸນແຈເພື່ອແກ້ໄຂບັນດາການຂັດແຍ້ງຢູ່ທະເລເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະ.
ກອງປະຊຸມ Shangri – La: ການຮ່ວມມື ແມ່ນຂໍ້ກຸນແຈແກ້ໄຂບັນດາການຂັດແຍ້ງຢູ່ທະເລ - ảnh 1ກອງປະຊຸມ Shangri – La ຄັ້ງທີ 18 ໃນວັນທີ 01 ມິຖຸນາ (ພາບ: TTXVN)

        ບັນດານັກຊ່ຽວຊານເນັ້ນໜັກວ່າ ການແກ້ງແຍ້ງຂອງບັນດາປະເທດມະຫາອໍານາດ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ ແລະ ຜົນຕາມມາແມ່ນມີຄວາມສ່ຽງຫຼາຍກວ່າກ່ຽວກັບການແຕະຕ້ອງ ແລະ ປະທະກັນຢູ່ທະເລ ກໍຄື ນ່ານຟ້າ, ຈາກນັ້ນ ອາດເກີດການປະທະກັນຄັ້ງໃຫຍ່ ສົ່ງຜົນກະທົບຕໍ່ບັນດາປະເທດ ອາຊຽນ. ຕາມບັນດານັກຊ່ຽວຊານແລ້ວ, ທະເລຕາເວັນອອກຄວນ ແມ່ນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແທນທີ່ໃຫ້ບ່ອນທີ່ເກີດບັນດາການສູ້ຢັນ ແລະ ປະທະກັນ.

        ນັກຊ່ຽວຊານຫຼາຍທ່ານກໍຖືວ່າ ການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ລະຫວ່າງ ອາຊຽນ ແລະ ຈີນ ພວມດໍາເນີນໄປຢ່າງສະດວກ ແຕ່ຕ້ອງມີຄວາມແທດຈິງ ແລະ ສິ່ງສໍາຄັນແມ່ນ ບໍ່ໄປຝືນກັບບັນດາຂໍ້ກໍານົດຂອງກົດໝາຍສາກົນ. ສອງຝ່າຍຄວນເຮັດແຈ້ງບັນດານິຍາມ ກ່ຽວກັບສິດໃນການສໍາຜັດ ແລະ ສິດເສລີການປ້ອງກັນຄວາມສະຫງົບໃນການເດີນທະເລຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ