ກອງປະຊຸມ SOM ອາຊຽນ +3, SOM ອາຊີຕາເວັນອອກ

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພວມດຳເນີນຢູ່ສິງກະໂປ
ກອງປະຊຸມ SOM ອາຊຽນ +3, SOM ອາຊີຕາເວັນອອກ - ảnh 1(ກອງປະຊຸມ SOM ອາຊຽນ +3, SOM ອາຊີຕາເວັນອອກ)

ວັນທີ 01 ສິງຫາ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງອາຊຽນ ກັບ 3 ຄູ່ຄ້າແມ່ນຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ (ເຊິ່ງເອີ້ນວ່າ ອາຊຽນ + 3) ໄດ້ມີການພົບປະປຶກສາຫາລືບັນດາໂຄງການດຳເນີນງານ ເພື່ອຍືນສະເໜີຕໍ່ກອງປະຊຸມລັດຖະມົນຕີອາຊຽນ + 3  ໃນຊຸມມື້ຈະມາເຖິງ, ໃນນັ້ນມີແຜນການກະທຳໃຫ້ແກ່ໄລຍະ 2018 – 2022 ແລະ ບັນດາເອກະສານຮ່ວມມື, ບັນດາຖະແຫຼງການປະທານຂອງກອງປະຊຸມ.

        ແລະກໍ່ໃນວັນດຽວກັນ, ກອງປະຊຸມບັນເຈົ້າໜ້າທີ່ຂັ້ນສູງອາຊຽນ - ອາຊີຕາເວັນອອກ ກັບ 8 ປະເທດແມ່ນຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ນິວຊີແລນ, ລັດເຊຍ ແລະ ອັງກິດ (ເຊິ່ງເອີ້ນວ່າ EAS) ຈະດຳເນີນຢູ່ສູນກອງປະຊຸມສາກົນສິງກະໂປ. ບັນດາຜູ້ແທນພ້ອມກັນປຶກສາຫາລືກ່ຽວກັບແຜນການກະທຳໃຫ້ກົນໄກຮ່ວມມືໃນປະຈຸບັນຢູ່ອາຊີຕາເວັນອອກພົ້ນເດັ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ