ກອງປະຊຸມ ສະພາແຫ່ງຊາດແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 17 ທັນວາ, ຢູ່ດານັ້ງ, ສະພາແຫ່ງຊາດຫວຽດນາມສົມທົບກັບສະຫະພັນລັດຖະສະພາສາກົນ (IPU) ແລະ ອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ຈັດກອງປະຊຸມວ່າດ້ວຍຫົວຂໍ້ “ສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ” ແລະ ເຜີຍແຜ່ເນື້ອໃນ “ຊຸດເຄື່ອງມືຕີລາຄາ ສະພາແຫ່ງຊາດເອງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ” ເປັນພາສາຫວຽດນາມ
     ກອງປະຊຸມ ສະພາແຫ່ງຊາດແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ  - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ໃນໄລຍະກວ່າ 15 ປີທີ່ຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ສ້າງກອບກົດໝາຍໃຫ້ສົມບູນແບບເພື່ອການພັດທະນາແບບຍືນຍົງ ແລະ ໄດ້ປະກາດໃຊ້ໃໝ່, ປັບປຸງກົດໝາຍກ່ວາ 300 ສະບັບ, ປະກາດໃຊ້ລັດຖະທຳມະນູນປີ 2013. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : (ເທບ)

    “ສະພາແຫ່ງຊາດປະຕິບັດການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດ ກ່ຽວກັບໝາກຜົນແຫ່ງການປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ພິຈາລະນາ, ຕົກລົງການຈັດແບ່ງງົບປະມານໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບການລົງທຶນໃຫ້ແກ່ຂົງເຂດສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ເພື່ອຮັບປະກັນການພັດທະນາແບບຍືນຍົງ. ສະພາແຫ່ງຊາດຫວຽດນາມ ຍັງປະກອບສ່ວນຊຸກຍູ້ການເຂົ້າຮ່ວມ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໂດຍຜ່ານການກວດກາ ແລະ ໃຫ້ສັດຕະຍາບັນເລື່ອງຫວຽດນາມເຂົ້າຮ່ວມບັນດາສົນທິສັນຍາສາກົນ ”

     ຕໍ່ຈາກນັ້ນ, ໂດຍການເປັນປະທານຂອງທ່ານນາງຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຕ່ອງທິຟ້ອງ, ບັນດາຜູ້ແທນໄດ້ດຳເນີນວາລະປະຊຸມທີ 1 ທີ່ມີຫົວຂໍ້ວ່າ : “ສັງລວມກ່ຽວກັບໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບົດບາດຂອງລັດຖະສະພາໃນການຊຸກຍູ້ການປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ” 

ຕອບກັບ

ຂ່າວ/ບົດ​ອື່ນ