ກອງ​ປະ​ຊຸມ ອາຊຽນ ​ກ່ຽວ​ກັບ​ການພັດ​ທະ​ນາ ເຄືອ​ຂ່າຍ 5G

(VOVWORLD) - ກອງປະຊຸມແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອແນໃສ່ຍູ້ແຮງການສົມທົບກັນໃນພາກພື້ນ ກ່ຽວກັບນະໂຍບາຍ, ການລົງທຶນ, ການພັດທະນາເຕັກໂນໂລຢີ, ການບໍລິການ ແລະ ເຄືອຂ່າຍ 5G
ກອງ​ປະ​ຊຸມ ອາຊຽນ ​ກ່ຽວ​ກັບ​ການພັດ​ທະ​ນາ ເຄືອ​ຂ່າຍ 5G - ảnh 1ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: ແມ້ງຮືງ/hanoimoi.com.vn)

ໃນລະຫວ່າງວັນທີ 21 – 22 ມີນາ, ກອງປະຊຸມ ອາຊຽນ ກ່ຽວກັບການພັດທະນາເຄືອຂ່າຍ 5G ໂດຍກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບສະຫະສະມາຄົມອິນເຕີແນັດ ຫວຽດນາມ, ກຸ່ມບໍລິສັດ ຂໍ້ມູນສາກົນ IDG ຈັດຂຶ້ນຢູ່ ຮ່າໂນ້ຍ. ກອງປະຊຸມແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອແນໃສ່ຍູ້ແຮງການສົມທົບກັນໃນພາກພື້ນ ກ່ຽວກັບນະໂຍບາຍ, ການລົງທຶນ, ການພັດທະນາເຕັກໂນໂລຢີ, ການບໍລິການ ແລະ ເຄືອຂ່າຍ 5G. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ອາຊຽນ ກ່ຽວກັບການພັດທະນາເຄືອຂ່າຍ 5G.

ດ້ວຍຫົວຂໍ້ວ່າ “5G ແລະ ສັກກະລາດດີຈີຕອນ - 5G and the Digital Era”, ໃນ 2 ວັນດຳເນີນກອງປະຊຸມດັ່ງກ່າວ, ບັນດານັກຄຸມຄອງບໍລິຫານ, ນັກຊ່ຽວຊານດ້ານເຕັກໂນໂລຢີໄດ້ ປຶກສາຫາລືກ່ຽວກັບນະໂຍບາຍ ການຄຸ້ມຄອງ, ຍຸດທະສາດການພັດທະນາ ຄວາມຖີ່ໂທລະສັບມືຖື ແລະ ວິວັດການຜັນຂະຫຍາຍ 5G, ລວມມີ ເຕັກໂນໂລຢີ, ການແບ່ງປັນ ແລະ ນຳໃຊ້ພື້ນຖານໂຄງລ່າງ, ຄວາມຖີ່, ມາດຕະຖານ, ຄວາມປອດໄພດ້ານຂໍ້ມູນຂ່າວສານແລະ ຮູບແບບການດຳເນີນທຸລະກິດການບໍລິການ 5G. ພ້ອມທັງ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ ອາຊຽນ ຕ້ອງປະເຊີນໜ້າ ແລະ ຄວນສົມທົບກັນເມື່ອຜັນຂະຫຍາຍການສ້າງຕັ້ງຂອບເຂດໃຫ້ແກ່ເຄືອຂ່າຍ 5G ກໍ່ໄດ້ຍົກອອກມາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ