ກອງປະຊຸມASEMກ່ຽວກັບການສຶກສາມີຫົວຄິດປະດິດສ້າງແລະກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ກອງປະຊຸມASEMກ່ຽວກັບການສຶກສາມີຫົວຄິດປະດິດສ້າງແລະກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 30/03, ຢູ່​ນະຄອນ ​ເຫວ້, ​ແຂວງ ​ເທື່ອ​ທຽນ - ​ເຫວ້, ​ໄດ​້​ໄຂ​ກອງ​ປະຊຸມ ASEM ກ່ຽວ​ກັບ​ການ​ສຶກສາມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ນີ້​ແມ່ນ​ກອງ​ປະຊຸມ​ລະດັບ​ລະຫວ່າງ​ພາກ​ພື້ນ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ຂອບ​ເຂດ ASEM ​ໂດຍ ຫວຽດນາມ ​ເປັນ​ປະ​ເທດ​ເຈົ້າພາບ, ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຊິ່ງ​ໄດ້​ຮັບການ​ຮັບຮອງ​ເອົາທີ່​ກອງ​ປະຊຸມ​ຂັ້ນ​ສູງ ASEM 11 ​ແລະ ກໍ່​ແມ່ນ​ຂໍ້​ລິ​ເລີ່​ມທຳ​ອິດ​ກ່ຽວ​ກັບ​ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ທົດ​ສະ​ວັດ​ທີ 3 ຂອງ ASEM. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

        “ASEM ສວມບົດບາດ​ສຳຄັນ​ທີ່​ສຸດ ​ໃນ​ການ​ເຊື່ອ​ມຕໍ່​ລະຫວ່າງ​ບັນດາ​ລັດ, ລັດຖະບານ​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ລະຫວ່າງ 2 ທະວີບ ​ເພື່ອ​ຄວາມ​ສັນຕິພາບ​ການຮ່ວມ​ມື​ພັດທະນາ ​ແລະ ວັດທະນາ​ຖາວອນ​. ASEM ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການຊຸກຍູ້​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ລະຫວ່າງ 2 ທະວີບ ອາຊີ - ​ເອີ​ລົບ. ​ແລະ ພວກ​ເຮົາ ກໍ່​ໄດ້​ຮັບ​ຮູ້​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ, ບັນດາ​ໂຄງການ​ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນມະນຸດ ​ເຊິ່ງ​ໄດ​້ຮັບ​ການ​ປຸກລະດົມ​ຈາກ​ຫລາຍ​ປະ​ເທດ​ສະມາຊິກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ