ກອງປະຊຸມກວດກາວຽກງານ​ກະກຽມຈັດ​ຕັ້ງ ​ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ​ລະຫວ່າງ ອາ​ເມ​ລິ​ກາ - ສປປ.​ເກົາຫຼີ ຄັ້ງ​ທີ 2 ຢູ່​ຫວຽດນາມ

(VOVWORLD) -ເລື່ອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນເຫດການການເມືອງ, ການພົວພັນຕ່າງປະເທດທີ່ມີຄວາມໝາຍແຖວໜ້າຂອງຫວຽດນາມ ໃນປີ 2019

 ຕອນເຊົ້າວັນທີ 22 ກຸມພາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມກວດກາວຽກງານກະກຽມ ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ທີ່ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍໃນຊຸມວັນຈະມາເຖິງ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢັ້ງຢືນວ່າ ເລື່ອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຖືກຈັດຂຶ້ນຢູ່ຫວຽດນາມ ແມ່ນເຫດການການເມືອງ, ການພົວພັນຕ່າງປະເທດທີ່ມີຄວາມໝາຍແຖວໜ້າຂອງຫວຽດນາມ ໃນປີ 2019, ອັນໄດ້ສະແດງໃຫ້ເຫັນແຜນນະໂຍບາຍທີ່ມີຊີວິດຊີວາຂອງຫວຽດນາມ ທີ່ວ່າ ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງ ປະຊາຄົມສາກົນ ແລະ ປະກອບສ່ວນຕັ້ງໜ້າ, ມີຄວາມຮັບຜິດຊອບ ເຂົ້າໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ. ຜ່ານນັ້ນ, ປະກອບສ່ວນໂຄສະນາເຜີຍແຜ່ ພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ. ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເປັນຈຸດນັດພົບທີ່ສະດວກໃຫ້ແກ່ການດຶງດູດການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທໍາທີ່ຫຼາຍຮູບຫຼາຍສີ, ເຕັມໄປດ້ວຍສີສັນຂອງຫວຽດນາມ.

ກອງປະຊຸມກວດກາວຽກງານ​ກະກຽມຈັດ​ຕັ້ງ ​ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ​ລະຫວ່າງ ອາ​ເມ​ລິ​ກາ - ສປປ.​ເກົາຫຼີ ຄັ້ງ​ທີ 2 ຢູ່​ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມກວດກາວຽກງານກະກຽມ ຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 (ພາບ: congan.com.vn)

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຮຽກຮ້ອງບັນດາອົງການທີ່ກ່ຽວຂ້ອງ ຈົ່ງຈັດຕັ້ງປະຕິບັດສໍາເລັດວຽກງານກະກຽມໂດຍໄວ, ໃນນັ້ນ, ວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແມ່ນບູລິມະສິດແຖວໜ້າ ແລະ ຕ້ອງໄດ້ຮັບປະກັນຢ່າງສຸດຂີດ.  ວຽກງານການຕ້ອນຮັບຕ້ອງຮັບປະກັນຢ່າງລອບຄອບຖີ່ຖ້ວນ, ສຸພາບ, ບົນເນື້ອໃນຈິດໃຈ ໜູນຊ່ວຍ, ຮັບປະກັນຄວາມສະດວກທີ່ສຸດໃຫ້ສອງຝ່າຍພົບປະກັນ, ແລກປ່ຽນ, ເຮັດວຽກຢູ່ຫວຽດນາມ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ; ວຽກງານໂຄສະນາ, ສື່ມວນຊົນ ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ນັກຂ່າວສາກົນ ມາ ຫວຽດນາມ ເອົາຂ່າວ ກ່ຽວກັບກອງປະຊຸມ ແລະ ການເຄື່ອນໄຫວສອງຝ່າຍໃນໂອກາດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ