ກອງປະຊຸມການເງິນ G-20 ໃຫ້ຄຳໝັ້ນສັນຍາ ປັບປຸງລະດັບເຕີບໂຕ ເສດຖະກິດທົ່ວໂລກ


ກອງປະຊຸມການເງິນ G-20 ໃຫ້ຄຳໝັ້ນສັນຍາ ປັບປຸງລະດັບເຕີບໂຕ ເສດຖະກິດທົ່ວໂລກ - ảnh 1

ທ່ານລັດຖະມົນຕີກະຊວງການເງິນ

ອົດສະຕາລີ Joe Hockey ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: AFP)

(vovworld) –​​ ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ສູນ​ກາງ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (G-20) ​​ໄດ້​ອັດ​ລົງ​ເມື່ອວັນ​ທີ 21/9, ຢູ່​ Cairns ປະ​ເທດ​ອົດ​ສະ​ຕາ​ລີ ດ້ວຍ​ຄຳໝັ້ນສັນຍາ​ບັນລຸ​ຈຸດໝາຍ​ເພີ່ມ​ລະດັບ​ເຕີບ​ໂຕ​ຕື່ມ​ອີກ 1,8% ​ເພີ່ມ​ເຕີມ GDP ​ໃນທົ່ວ​ໂລກ​ຕື່ມ​ອີກ 2000 ຕື້ USD ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່ໃຫ້​ນັບ​ລ້ານໆ​ຄົນ. ທ່ານ Joe Hockey ລັດຖະມົນຕີ​ກະຊວງ​ການ​ເງິນ​ອົດ​ສະ​ຕາ​ລີ, ປະທານ​ກອງ​ປະຊຸມ​​ຕີ​ລາຄາ​ວ່າ,  ກອງ​ປະຊຸມ​ການ​ເງິນ ​ G-20 ໄດ້ປະສົບ​ຜົນສຳ​ເລັດ​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທຸກໆ​ປະ​ເທດ​ສະມາຊິກ​ໃນ​ບັນດາ​ຈຸດ​ໝາຍ​ປັບປຸງ​ການ​ເຕີບ​ໂຕ, ສະ​ເໜີ​ຂໍ້​ລິ​ເລິ່ມພື້ນຖານ​ໂຄງ​ລ່າງ​ທົ່ວ​ໂລກ, ປະຕິ​ຮູບ​ຂົງ​ເຂດ​ການ​ເງິນ ​ແລະ ​ເຊື່ອມ​ໂຍງ​ດ້ານ​ພາສີ. ທ່ານ​ຍັງ​ໃຫ້​ຮູ້​ວ່າ, ກອງ​ທຶນ​ເງິນຕາ​ສາກົນ (IMF), ​ແລະ ອົງການ​ຮ່ວມ​ມື ​ແລະ​ ພັດທະນາ​ເສດຖະກິດ (OECD) ​ໄດ້​ຄົ້ນຄ້ວາ​ກ່ວາ 900 ມາດ​ຕະການ​ຊື່​ງປະ​ເທດ​ຕ່າງໆ​ໄດ້​ສະ​ເໜີ ​ແລະ ຄາດ​ວ່າ​ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ອາດ​ຈະ​ຍົກ GDP ທົ່ວ​ໂລກຂຶ້ນ​ປະມານ 1,8% ຈົນ​ຮອດ​ປີ 2018./.

ຂ່າວ/ບົດ​ອື່ນ