ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຈັດກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31

(VOVWORLD) - ວັນທີ 12 ພະຈິກ 2017, ທີ່ນະຄອນຫລວງ ມານີລາ, ປະເທດ ຟີລິບປີນ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໂຮມປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງ (APSC) ຄັ້ງທີ 16 ແລະ ສະພາປະສານງານ ອາຊຽນ (ACC) ຄັ້ງທີ 20. 
ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຈັດກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 - ảnh 1 ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຈັດກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31

ໂດຍໄດ້ຮັບການມອບສິດຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ຫົວໜ້າ SOM ASEAN ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມຄັ້ງນີ້.

        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ຕີລາຄາສູງຄວາມມານະພະຍາຍາມຂອງ ຟີລິບປີນ ດ້ວຍຖານະເປັນປະທານ ອາຊຽນ 2017 ແລະ ສະແດງຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງບັນດາກອງປະຊຸມຄັ້ງນີ້. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ ອາຊຽນ ຄວນຖືຄຸນນະພາບ ແລະ ປະສິດທິຜົນການຮ່ວມສຳພັນເປັນຕົ້ນຕໍ, ຜັນຂະຫຍາຍບັນດາມາດຕະການ ເພື່ອແນໃສ່ຮັບໃຊ້ໃຫ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໄປຄຽງຄູ່ກັບການສ້າງຄວາມສະດວກໃຫ້ການພັດທະນາຂອງວິສາຫະກິດ ອາຊຽນ, ຊຸກຍູ້ການເຕີບໂຕແບບຍືນຍົງຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ