ກອງປະຊຸມຂັ້ນສູງລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ

(VOVWORLD) - ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຕຳຫລວດ ຫວຽດນາມ ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະກຽມໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ. 
ກອງປະຊຸມຂັ້ນສູງລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ - ảnh 1 ກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະກຽມໃຫ້ກອງປະຊຸມລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ

ກ່າວຄຳເຫັນໄຂກອງປະຊຸມ, ພົນຈັດຕະວາ ຟ້າມວັນກ໊າກ, ຫົວໜ້າກົມຕຳຫລວດສືບສວນສອບສວນອາດຊະຍາກຳຢາເສບຕິດ, ກະຊວງຕຳຫລວດ ຫວຽດນາມ ໃຫ້ຮູ້ວ່າ:

       ໃນຂົງເຂດປ້ອງກັນຕ້ານຢາເສບຕິດ, ຂໍ້ມູນຂ່າວສານແມ່ນປັດໄຈແກ່ນສານ, ດັ່ງນັ້ນ ຄວນເສີມຂະຫຍາຍປະສິດທິຜົນແຫ່ງການແລກປ່ຽນ, ແກ້ໄຂຂໍ້ມູນຂ່າວສານ, ສົມທົບກັນສືບສວນ, ຈັບຕົວບັນດາເປົ້າໝາຍ, ກຸ່ມຄົນທຳການຜະລິດ, ຊື້-ຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍກ່ວາອີກ. ພ້ອມກັນນັ້ນ, ຕັ້ງໜ້າສະໜອງ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຢາເສບຕິດລະຫວ່າງບັນດາປະເທດສະມາຊິກ ເພື່ອຮັບໃຊ້ວຽກງານຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢ່າງມີປະສິດທິຜົນ.

       ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ສຳຫລວດກວດກາ, ຕີລາຄາການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ ກ່ຽວກັບການສູ້ຊົນປ້ອງກັນປະຊາຄົມຕ້ານຢາເສບຕິດໄລຍະປີ 2016 – 2025 ແລະ ແຜນການຮ່ວມມື ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານການຜະລິດ ແລະ ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍຢູ່ເຂດສາມຫຼ່ຽມຄຳໄລຍະປີ 2017 – 2019. ພ້ອມທັງ, ແລກປ່ຽນທິດທາງເປີດກ້ວາງຂອບເຂດການຮ່ວມມື, ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມືຢູ່ພາຍນອກ, ຍົກສູງກຳລັງຄວາມສາມາດໃຫ້ແກ່ວຽກງານປ້ອງກັນ, ຕ້ານຢາເສບຕິດຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ