ກອງປະຊຸມຄັ້ງທີ 15 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ຫຼາດບັງຫຼວງ

(VOVWORLD) -ຕອນເຊົ້າວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທີ 15 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ, ເພື່ອສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວປີ 2018, ວາງອອກໜ້າທີ່ຈຸດສຸມໃນປີ 2019.

ກອງປະຊຸມຄັ້ງທີ 15 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ຫຼາດບັງຫຼວງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເປັນປະທານຊີ້ນຳກອງປະຊຸມ

(ພາບ: TTXVN)

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ, ບັນດາໜ້າທີ່ຈຸດສຸມຄວນສຸມໃສ່ປະຕິບັດໃນໄລຍະຈະມາເຖິງນັ້ນແມ່ນ, ສືບຕໍໍ່ຊີ້ນຳຍູ້ແຮງລະດັບຄວາມຄືບໜ້າໃນການສ້າງລະບອບລະບຽບການກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ; ຊີ້ນຳການຄົ້ນຄວ້າ, ສະເໜີບາງແຜນນະໂຍບາຍ, ກຳນົດທິດໃຫຍ່ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ເພື່ອຮັບໃຊ້ໃຫ້ແກ່ການສ້າງຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ພ້ອມກັນນັ້ນ, ຊີ້ນຳປະຕິບັດການຜັນຂະຫຍາຍບັນດາລະບຽບການຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ…

ຕອບກັບ

ຂ່າວ/ບົດ​ອື່ນ