ກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC

(VOVWORLD) - ວັນທີ 27 ມິຖຸນາ, ທີ່ແຂວງ ຄູໜານ, ຈີນ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ຈີນ ຄັ້ງທີ 15 ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).
ກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC - ảnh 1 ກອງປະຊຸມຄັ້ງທີ 15 ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC

ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ SOM-DOC, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຢືນຢັນຄວາມສຳຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນສຳລັບການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ຊົມເຊີຍບາງໝາກຜົນໃນການປະຕິບັດ DOC; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວສ້າງເກາະທຽມ, ຕິດຕັ້ງ ແລະ ທົດລອງບັນດາພາຫະນະການທະຫານຢູ່ບັນດາໂຄງສ້າງທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ, ໄປຝືນກັບຫຼັກການຂອງ DOC, ສົ່ງຜົນສະທ້ອນທີ່ບໍ່ດີເຖິງວິວັດທະນາການເຈລະຈາ COC. ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັນ, ບໍ່ມີບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມໃນພື້ນທີ່ຕົວຈິງ, ສ້າງສະພາບແວດລ້ອມສະດວກໃຫ້ການເຈລະຈາ COC.

        ອາຊຽນ ແລະ ຈີນ ໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງໜ່ວຍປະຕິບັດງານຮ່ວມ JWG-DOC ໃນເດືອນ ກັນຍາ ຈະມາເຖິງຢູ່ Siem Reap ປະເທດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ