ກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນໍາກອງປະຊຸມໃຫຍ່ ASOSAI 14

(VOVWORLD) - ວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ,  ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງກອງປະຊຸມຄະນະຊີ້ນໍາກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14. 

ກອງປະຊຸມ ເພື່ອແນໃສ່ກວດກາຄືນວຽກງານການກະກຽມຈັດຕັ້ງກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ໃນ 06 ເດືອນຕົ້ນປີ 2018 ແລະ ເລັ່ງລັດຜັນຂະຫຍາຍບາງໜ້າທີ່ ແຕ່ນີ້ຮອດຈຸດເວລາດໍາເນີນກອງປະຊຸມໃຫຍ່ - ເດືອນກັນຍາ 2018. ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກັວກຫຽນ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການກ່ຽວຂ້ອງ ແມ່ນສະມາຊິກຂອງຄະນະຊີ້ນໍາ ຈົ່ງສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອົງການກວດສອບແຫ່ງລັດ ຕາມບັນດາໜ້າທີ່ ທີ່ຖືກມອບໝາຍ, ຮັບປະກັນໃຫ້ກອງປະຊຸມໃຫຍ່ ໄດ້ດໍາເນີນໄປດ້ວຍດີ ບົນຈິດໃຈ ມີຄວາມປອດໄພ, ປະຢັດມັດທະຍັດ ແລະ ມີປະສິດທິຜົນ.

        ມາຮອດປັດຈຸບັນ ໄດ້ມີ 32 ສະມາຊິກຂອງອົງການກວດສອບສູງສຸດຂອງອາຊີີ, ອົງການຈັດຕັ້ງສາກົນ ດ້ວຍຜູ້ແທນຢັ້ງຢືນການຈົດທະບຽນເຂົ້າຮ່ວມກອງ 130 ຄົນ. ກອງປະຊຸມຈະໄດ້ໄຂຂຶ້ນໃນວັນທີ 19 ກັນຍາ, ເຊິ່ງລວມມີ 204 ຄະນະ, ໃນນັ້ນ ມີ 76 ຄະນະຜູ້ແທນສາກົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ