ກອງປະຊຸມຄັ້ງທີ 22 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ -ລາວ

(VOVWORLD) - ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ຈັດກອງປະຊຸມຄັ້ງທີ 22 ລະຫວ່າງຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດ ລັດຖະບານລາວ ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖະທະຫານອາສາສະໝັກເສຍສະຫຼະຊີວິດເພື່ອຊາດ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ ລາວ ໃນໄລຍະສົງຄາມກັບຄືນປະເທດ. 
 ກອງປະຊຸມຄັ້ງທີ 22 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ -ລາວ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍໃນປີ 2016

ຄະນະຜູ້ແທນຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ໂດຍພົນໂທ ເລຈຽມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ນຳໜ້າເຈລະຈາ ກັບຄະນະຜູ້ແທນຄະນະປະຕິບັດງານພິເສດ ລັດຖະບານລາວ ໂດຍພົນຕີ ວິໄລ ຫຼ້າຄຳຟອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານລາວ ນຳໜ້າ.

        ລະດູແຫ້ງປີ 2016 – 2017, ບັນດາກົມກອງທ້ອນໂຮມອັດຖິທະຫານ ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິ ທະຫານເສຍສະຫຼະຊີວິດຢູ່ລາວ 270 ຊຸດ, ໃນນັ້ນມີ 24 ອັດຖິ ໄດ້ຢັ້ງຢືນລາຍຊື່, ບ້ານເກີດເມືອງນອນ. ກ່ຽວກັບທິດທາງ, ເນື້ອໃນການຮ່ວມມືໃນລະດູແລ້ງປີ 2017 -2018, ສອງຝ່າຍໄດ້ເປັນເອກະພາບສືບຕໍ່ຊີ້ນຳ, ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫາຍອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນໄລຍະສົງຄາມກັບຄືນປະເທດ.

        ໃນເວລາຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 25 -27 ມິຖຸນາ 2017, ຄະນະຜູ້ແທນຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ຢ້ຽມຢາມບາງອົງການ, ຫົວໜ່ວຍຂອງ ຫວຽດນາມ ຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ