ກອງປະຊຸມຄັ້ງທີ 4 ຂອງ ຄະນະກໍາມະການຊີ້ນໍາແຫ່ງຊາດ ກ່ຽວກັບ ກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ

(VOVWORLD) -ໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ ສືບຕໍ່ຮັກສາ, ຍົກລະດັບ ແລະ ໝູນໃຊ້ ເພື່ອໃຫ້ກົນໄກດັ່ງກ່າວຮັບປະກັນລະບົບຂໍ້ມູນຂ່າວສານໄດ້ລຸລ່ວງ.

ຕອນເຊົ້າວັນທີ 19 ກຸມພາ,ຢູ່່ຮ່າໂນ້ຍ, ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 4 ກ່ຽວກັບການສໍາຫຼວດໝາກຜົນຜັນຂະຫຍາຍໜ້າທີ່ປີ 2018 ແລະ ທິດທາງຜັນຂະຫຍາຍໜ້າທີ່ປີ 2019.

ກອງປະຊຸມຄັ້ງທີ 4 ຂອງ ຄະນະກໍາມະການຊີ້ນໍາແຫ່ງຊາດ ກ່ຽວກັບ ກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ  

        ກ່່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ຮຽກຮ້ອງວ່າ ໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ ສືບຕໍ່ຮັກສາ, ຍົກລະດັບ ແລະ ໝູນໃຊ້ ເພື່ອໃຫ້ກົນໄກດັ່ງກ່າວ ຮັບປະກັນລະບົບຂໍ້ມູນຂ່າວສານໄດ້ລຸລ່ວງ. ຜ່ານນັ້ນ ຕ້ອງຮັບປະກັນເປົ້າໝາຍ, ນັ້ນແມ່ນ ສ້າງເງື່ອນໄຂສະດວກໃນການແລກປ່ຽນຄ້າຂາຍ ແຕ່ຍັງຄົງຕ້ານການສໍ້ໂກງການຄ້າໄດ້ ແລະ ເພີ່ມທະວີຄວາມອາດສາມາດໃນການຄຸ້ມຄອງ.

        ຄາດໝາຍຂອງປີນີ້ແມ່ນ ສູ້ຊົນຜັນຂະຫຍາຍລະບຽບການບໍລິຫານໃໝ່ 61 ລະບຽບການ ໂດຍອີງຕາມກົນໄກປະຕູດຽວແຫ່ງຊາດໃຫ້ສໍາເລັດ. ປະຕິບັດການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຕົ້ນກໍາເນີດຂອງສິນຄ້າກັບ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ສ.ເກົາຫຼີ ຜ່ານທາງເອເລັກໂຕນິກ. ປະຕິບັດການແລກປ່ຽນຂໍ້ມູນຂ່າວສານໃບແຈ້ງພາສີ ອາຊຽນ ແລະ ໃບຢັ້ງຢືນການກວດກາພະຍາດສັດ - ຜັກພືດ ກັບບັນດາປະເທດ ອາຊຽນ ຕາມແຜນການລວມ.


ຕອບກັບ

ຂ່າວ/ບົດ​ອື່ນ