ກອງປະຊຸມຄັ້ງທີ 4 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ

(VOVWORLD) -“ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4

ຕອນເຊົ້າວັນທີ 6 ສິງຫາ, ທີ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຈັດກອງປະຊຸມຄັ້ງທີ 4 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN) ພາຍໃຕ້ການເປັນປະທານຂອງທ່ານ ບຸ່ຍ ແທັງ ເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງເພື່ອສຳຫຼວດກວດຄືນ, ກະຕຸກຊຸກຍູ້ໃຫ້ສຳເລັດວຽກງານການກະກຽມ, ຈັດຕັ້ງກອງປະຊຸມ WEF ASEAN ແຕ່ວັນທີ 11-13 ກັນຍາ 2018. ເຂົ້າຮ່ອມກອງປະຊຸມມີຜູ້ຕາງໜ້າທຸກໆບັນດາອານຸກຳມະການ, ກອງເລຂາ ແລະ ບັນດາສະມາຊິກຄະນະຈັດຕັ້ງແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ່າງໆທີ່ກ່ຽວຂ້ອງ.

ທີ່ກອງປະຊຸມ, ທ່ານ ບຸ່ຍ ແທັງ ເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງໄດ້ເນັ້ນໜັກວ່າ ປະຊຸມ WEF ASEAN ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຂອງ ຫວຽດນາມ ໃນປີ 2018, ທ່ານຮອງລັດຖະມົນຕີສະເໜີ ບັນດາອານຸກຳມາການ, ກອງເລຂາ ແລະ ບັນດາສະມາຊິກຄະນະຈັດຕັ້ງຈົ່ງຍົກສູງນ້ຳໃຈຮັບຜິດຊອບ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເຕົ້າໂຮມກຳລັງ, ກະຕຸກຊຸກຍູ້ຜັນຂະຫຍາຍ ແລະ ເຮັດສຳເລັດວຽກງານການກະກຽມໃນເດືອນສິງຫາ 2018 ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງກອງປະຊຸມ WEF ASEAN ປະສົບຜົນສຳເລັດໃນທຸກດ້ານ.

ກອງປະຊຸມ WEF ASEAN ປີ 2018 ມີຫົວຂໍ້ວ່າ: “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”, ແມ່ນໜື່ງໃນບັນດາເວທີປາໄສທີ່ສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຊຸກຍູ້ການເຈລະຈາ, ແບ່ງປັນແນວຄວາມຄິດ, ນະໂຍບາຍ ແລະ ການຮ່ວມມືລະຫວ່າງ ບັນດາລັດຖະບານ, ວິສາຫະກິດ, ອົງການຈັດຕັ້ງສັງຄົມພາຍໃນ ແລະ ນອກພາກພື້ນກ່ຽວກັບການຍາດແຍ່ງໂອກາດ ແລະ ແກ້ໄຂບັນດາບັນຫາ ການປະຕິວັດອຸດສາຫະກຳ 4.0 ຊື່ງກຳລັງວາງອອກຕໍ່ບັນດາປະເທດ ອາຊຽນ ແລະ ພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ