ກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ນຳຫນ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 5-6 ມັງກອນປີ 2019.

ຕອນເຊົ້າວັນທີ 6 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ  ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ. ເມື່ອຕີລາຄາໝາກຜົນການຮ່ວມມືປີ 2018,  ນາຍົກລັດຖະມົນຕີທັງສອງທ່ານໄດ້ເປັນເອກະພາບໂດຍຖືວ່າ: ການຮ່ວມມືດ້ານເສດຖະກິດ ມີຄວາມຄືບຫນ້າຫລາຍຢ່າງ. ກວ່າ 400 ໂຄງການຂອງວິສາຫະກິດຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 4 ຕື້ USD ສືບຕໍ່ປະກອບສ່ວນໃຫ້ງົບປະມານ ແລະ ພັດທະນາເສດຖະກິດສັງຄົມຂອງລາວ, ວົງເງິນການຄ້າສອງສົ້ນປີ 2018 ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 14%ເມື່ອທຽບໃສ່ປີ 2017.

ກອງປະຊຸມຄັ້ງທີ 41 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ (ພາບ:congthuong.vn)

ກ່ຽວກັບທິດທາງການຮ່ວມມືໃນປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເຫັນດີເປັນເອກະສັນກັນວ່າ ຈະສຸມໃສ່ຊຸກຍູ້ການເຕີບໂຕວົງເງິນການຄ້າສອງຝ່າຍ, ສູ້ຊົນບັນລຸລະດັບເຕີບໂຕຈາກ 10% ຂຶ້ນໄປເມື່ອທຽບໃສ່ປີ 2018. ພ້ອມກັນນັ້ນ ເພີ່ມທະວີ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການແລກປ່ຽນບົດຮຽນກ່ຽວກັບການສ້າງນະໂຍບາຍ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ກໍ່ໄດ້ມອບໃຫ້ບັນດາອົງການຂອງສອງຝ່າຍ ສົມທົບກັນກວດກາຄືນ, ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດພື້ນຖານໂຄງລ່າງເຊື່ອມຕໍ່ຄົມມະນາຄົມ, ສ້າງເງື່ອນໄຂກວ່າອີກໃຫ້ແກ່ບັນດາວິສາຫະກິດລົງທຶນຢູ່ຕະຫລາດຂອງກັນ. ຈາກນັ້ນ ຍົກສູງລັກສະນະຊ່ວຍຫນູນລະຫວ່າງສອງພື້ນຖານເສດຖະກິດ.  ພິເສດ ສອງລັດຖະບານ ຈະທົດລອງນຳເອົາບັນດາເນື້ອໃນກິດຈະການປະຫວັດແຫ່ງການພົວພັນແບບພິເສດຫວຽດນາມ - ລາວ ເຂົ້າມາສິດສອນໃນບັນດາໂຮງຮຽນຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ