ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານ ສະຫະພັນໃຫ່ຍ ແຮງງານຫວຽດນາມ


ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານ ສະຫະພັນໃຫ່ຍ ແຮງງານຫວຽດນາມ - ảnh 1

 (ພາບ: Minh Châu )

(vovworld)- ​ ​ ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ (ຊຸດ​ທີ 11) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ ​ໄດ້​ປຶກສາ​ຫາລື​ບົດ​ລາຍງານວຽກ​ງານ​ກຳມະບານ​ປີ 2014 ​ແລະ ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ໃນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮ່າ​ທິຄຽດ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ ປຊຊ ສູນ​ກາງ ​ໄດ້​ຊີ້​ແຈ້ງວ່າ: ​ໃນ​ສະພາບ​ການ​ເສດຖະກິດ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ​ນັ້ນ, ຮຽກຮ້ອງ​ໃຫ້ການ​ເຄື່ອນ​ໄຫວ​ກຳມະບານ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະ​ສິດທິຜົນ​ກ່ວາ​ອີກ​ໃນ​ວຽກ​ງານ​ຂົນຂວາຍ​ກຳມະກອນ, ຊາວ​ຜູ້​ອອກ​ແຮງ​ງານ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ:

  “ກຳມະບານຂັ້ນຕ່າງໆຕ້ອງເປັນເຈົ້າການສ້າງບັນດາ​​ໂຄງການ, ​ແຜນຮ່າງຄົ້ນຄ້ວາເລິກເພື່ອແກ້ໄຂບັນດາບັນຫາເຮືອນຢູ່ໃຫ້ແກ່ ປຊຊ ຢ່າງມີປະສິດທິຜົນ. ທ້ອງຖິ່ນຕ່າງໆກໍ່ຄືເຈົ້າຂອງວິສາຫະກິດຕ້ອງດຳເນີນການວາງແຜນຜັງແລະ ກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນ, ມີບັນດາມາດຕະການທີ່ແທດຈິງກ່ວາອີກ. ສືບຕໍ່ເປັນເຈົ້າການເຂົ້າຮ່ວມການສ້າງກົດໝາຍວ່າດ້ວຍການອອກແຮງງານ, ​ເພີ່ມທະວີການກວດກາ, ຕິດຕາມກວດກາກ່ຽວກັບນະໂຍບາຍກົດໝາຍກ່ຽວຂ້ອງໂດຍກົງເຖິງຜູ້ອອກແຮງງານ“./.

ຂ່າວ/ບົດ​ອື່ນ