ກອງປະຊຸມຄັ້ງທີ 7 ກຸ່ມປະຕິບັດງານປະສົມຫວຽດນາມ - ສໍານັກ ວາຕີກັງ

(VOVWORLD) -ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບ ບັນດາບັນຫາທີ່ກ່ຽວຂອ້ງເຖິງການຜັນຂະຫຍາຍ ຍົກສູງການພັວພັນລະຫວ່າງ ຫວຽດນາມ - ວາຕີກັງ ຈາກລະດັບ ທູດພິເສດບໍ່ປະຈໍາ ຂຶ້ນເປັນ ທູດພິເສດປະຈໍາ ສໍານັກວາຕີກັງ ປະຈໍາຫວຽດນາມ. 

ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມ ຄັ້ງທີ 7 ກຸ່ມປະຕິບັດງານປະສົມລະຫວ່າງ ຫວຽດນາມ - ສໍານັກວາຕີກັງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານ Antoine Camilleri ຮອງລັດຖະມົນຕີການຕ່າງປະເທດ ສໍານັກວາຕີກັງ ເປັນປະທານຮ່ວມກອງປະຊຸມ. ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບ ບັນດາບັນຫາທີ່ກ່ຽວຂອ້ງເຖິງການຜັນຂະຫຍາຍ ຍົກສູງການພັວພັນລະຫວ່າງ ຫວຽດນາມ - ວາຕີກັງ ຈາກລະດັບ ທູດພິເສດບໍ່ປະຈໍາ ຂຶ້ນເປັນ ທູດພິເສດປະຈໍາ ສໍານັກວາຕີກັງ ປະຈໍາຫວຽດນາມ.

ກອງປະຊຸມຄັ້ງທີ  7 ກຸ່ມປະຕິບັດງານປະສົມຫວຽດນາມ - ສໍານັກ ວາຕີກັງ  - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານ Antoine Camilleri ຮອງລັດຖະມົນຕີການຕ່າງປະເທດ ສໍານັກວາຕີກັງ (ພາບ: baoquocte.vn)

        ທ່ານ ບຸ່ຍແທັງເຊີນ ເນັ້ນໜັ້ກວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແລະ ສ້າງລະບົບກົດໝາຍ, ນະໂຍບາຍເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນໃຫ້ສົມບູນແບບ ຢ່າງບໍ່ຢຸດຢັ້ງ; ບັນດາອໍານາດການປົກຄອງ ຫວຽດນາມ ຂັ້ນຕ່າງໆ ຍາມໃດກໍເອົາໃຈໃສ່ເຖິງຄວາມ ຕ້ອງການຂອງ ສະມາຄົມສາສະໜາຄິຼດ, ສ້າງຄວາມສະດວກໃຫ້ການເຄື່ອນໄຫວຂອງປະຊາຄົມຊາວຄິຼດ ຫວຽດນາມ.  ທ່ານຮອງລັດຖະມົນຕີ ກໍໄດ້ສະເໜີ ສໍານັກວາຕີກັງ ເພີ່ມທະວີຄວາມເອົາໃຈໃສ່, ຕັ້ງໜ້າແນະນໍາປະຊາຄົມຊາວຄິຼດຫວຽດນາມ ໃຫ້ມີຄວາມສະໜິດຕິດພັນ ແລະ ຮ່ວມເດີນທາງພ້ອມກັບຊາດ...

        ສ່ວນທ່ານ Antoine Camilleri ຢັ້ງຢືນວ່າ ສັນທະປະປາ ຍາມໃດກໍສະຫງວນຄວາມເອົາໃຈໃສ່ເປັນພິເສດ ຕໍ່ຫວຽດນາມ ກໍຄື ຢາກໃຫ້ສະມາຄົມສາສະໜາຄິຼດ ເຄື່ອນໄຫວຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ທ່ານ Antoine Camilleri ສະແດງຄວາມປາດຖະໜາ ຢາກໃຫ້ຫວຽດນາມ ແລະ ສໍານັກວາຕີກັງ ສືບຕໍ່ຮັກສາການພົບປະ, ແລກປ່ຽນຂັ້ນຕ່າງໆເປັນປະຈໍາ.


ຕອບກັບ

ຂ່າວ/ບົດ​ອື່ນ