ກອງປະຊຸມຄັ້ງທີ23ຂອງຄະນະກຳມະການຮ່ວມມືອາຊຽນ-ອີຢູ(JCC)

(vovworld) –  ວັນທີ 4/2, ຢູ່ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 23 ຂອງຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ອີຢູ (JCC). ກອງປະຊຸມຖືກດຳເນີນໄປໃນສະພາບການພົວພັນ ອາຊຽນ - ອີຢູ ໄດ້ຮັບການຊຸກຍູ້ ແລະ ພວມພັດທະນາຢ່າງດີງາມ. 2 ຝ່າຍພວມມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ສະເຫຼີມສະຫຼອງການພົວພັນ ອາຊຽນ - ອີຢູ ຄົບຮອບ 40 ປີໃນປີ 2017. ທີ່ກອງປະຊຸມ, 2 ຝ່າຍຊົມເຊີຍເລື່ອງການປະຕິບັດບັນດາໂຄງການເຄື່ອນໄຫວຮ່ວມມື ແລະ ແຜນການເຄື່ອນໄຫວເພີ່ມທະວີການພົວພັນຮ່ວມມື ອາຊຽນ - ອີຢູ (2013 – 2017) ໄດ້ບັນລຸຜົນງານຫຼາຍຢ່າງ. ອາຊຽນ ແລະ ອີຢູ ໄດ້ແລກປ່ຽນທັດສະນະກ່ຽວກັບການພັດທະນາໃນພາກພື້ນ.  ອີຢູ ຊົມເຊີຍເລື່ອງສ້າງຕັ້ງປະຊາຄົມ ອາຊຽນ ໃນວັນທີ 31/12/2015 ແລະ ຮັບຮອງເອົາວິໄສທັດ ອາຊຽນ 2025, ກໍຄືຢັ້ງຢືນຄືນໃໝ່ການສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນທີ່ພວມໄດ້ຮັບການສ້າງຕັ້ງ. ຝ່າຍ ອາຊຽນ ຕີລາຄາສູງຄຳໝັ້ນສັນຍາຂອງ ອີຢູ ທີ່ເພີ່ມທະວີການພົວພັນ ອາຊຽນ - ອີຢູ ກ່ວາອີກ. 2 ຝ່າຍເນັ້ນໜັກລັກສະນະສະເພາະ, ເລິກເຊິ່ງ ແລະ ການເພີ່ມທະວີການພົວພັນຄູ່ຮ່ວມມືດ້ວຍຄວາມກ້າວໜ້າພໍສົມຄວນເຊິ່ງໄດ້ຮັບການປະຕິບັດໃນບັນດາຂົງເຂດການເມືອງ - ຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ກອງປະຊຸມຮັບຮູ້ ແລະ ຕີລາຄາສູງເລື່ອງຈັດຕັ້ງກອງປະຊຸມຂັ້ນສູງຄູ່ເຈລະຈາ (HLD) ອາຊຽນ - ອີຢູ ຄັ້ງທີ 2 ກ່ຽວກັບການຮ່ວມມືດ້ານຄວາມປອດໄພທາງທະເລຢູ່ Kuala Lumpur (ມາເລເຊຍ) ໃນເດືອນ 5/2015. ກອງປະຊຸມໄດ້ເຫັນດີເປັນເອກະພາບຈັດຕັ້ງການເຈລະຈາຂັ້ນສູງ ອາຊຽນ- ອີຢູ ກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມປອດໄພທາງທະເລໃນປີ 2016 ຢູ່ ໄທ ແລະ ຢູ່ ຟີລິບປິນ ໃນປີ 2017.

ຂ່າວ/ບົດ​ອື່ນ