ກອງປະຊຸມຄັ້ງທີ25ຄະນະຜູ້ແທນຊາຍແດນຫວຽດນາມ-ລາວ

ກອງປະຊຸມຄັ້ງທີ25ຄະນະຜູ້ແທນຊາຍແດນຫວຽດນາມ-ລາວ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 25 ຄະ​ນະ​ຜູ້​ແທນ​ຊາຍ​ແດນ ຫວຽດ​ນາມ - ລາວ
ພາບ:vtv

(vovworld)- ວັນ​ທີ 20/6, ຢູ່ ນະ​ຄອນ ດາ​ຫນັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 25 ຄະ​ນະ​ຜູ້​ແທນ​ຊາຍ​ແດນ ຫວຽດ​ນາມ - ລາວ. ເຂົ້າ​ຮ່ວມກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ​ເລ​ຮ​ວ່າຍ​ຈູງ, ຮອງ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ນຳ​ຫນ້າ. ຄະ​ນະ​ຜູ້​ແທນ​ລາວ ໂດຍ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ເປັນ​ຫົວ​ຫນ້າ​ຄະ​ນະ. ນະ​ທີ່ນີ້ ສອງ​ຝ່າຍ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ການ​ຮ່ວມ​ມື​ຄຸ​້ມ​ຄອງ​ຊາຍ​ແດນ​ໃນ​ໄລ​ຍະ​ຜ່ານມ​ຮາ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລາວ. ສອງ​ຝ່າຍ​ເຫັນ​ດີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ຢູ່​ເຂດ​ຊາຍ​ແດນ, ວາງ​ແຜນ​ກຳ​ນົດ ແລະ ພັດ​ທະ​ນາ​ດ່ານ​ຊາຍ​ແດນ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ຢ່າງ​ເສ​ລີ ແລະ ການ​ສົມ​ລົດ​ບໍ່​ຖືກ​ກັບ​ກົດ​ໝາຍຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ. ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 26 ຄະ​ນະ​ຜູ້​ແທນ​ຊາຍ​ແດນ​ຫວຽດ​ນາມ ລາວ ຢູ່​ລາວ.

 

ຕອບກັບ

ຂ່າວ/ບົດ​ອື່ນ