ກອງປະຊຸມຄັ້ງທີ9ຂອງຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ UNESCO ກ່ຽວກັບ ມໍລະດົກວັດທະນະທຳບໍ່ມີຮູບຮ່າງ

ກອງປະຊຸມຄັ້ງທີ9ຂອງຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ UNESCO ກ່ຽວກັບ ມໍລະດົກວັດທະນະທຳບໍ່ມີຮູບຮ່າງ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 9 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ສົນ​ທິ​ສັນ​ຍາ UNESCO

(vovworld) – ວາ​ລະ​ປະ​ຊຸມ​ຄັ້ງ​ທີ 9 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ສົນ​ທິ​ສັນ​ຍາ UNESCO ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ​ໄດ້ໄຂ​ຂຶ້ນ​ໃນ​ວັນ​ທີ 24/11, ທີ່​ສ​ຳ​ນັກ​ງານ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO) ທີ່​ປາ​ຣີ. ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ ມີ​ຜູ້​ແທນ 974 ທ່ານ​ທີ່​ມາ​ຈາກ 129 ປະ​ເທດ​ໃນ​ໂລກ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​​ນາງລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ດັ້ງ​ທິ​ບີກ​ລຽນ ນຳ​ໜ້າ. ໃນ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຂອງ UNESCO ໃນ​ຄັ້ງ​ນີ້, ຍັງ​ມີ​ຜູ້​ຕາງ​ໜ້າ​ການ​ນຳ ແລະ ນັກ​ສິ​ລະ​ປິນ​ຂອງ 2 ແຂວງ ເງ້​ອານ ແລະ ຮ່າ​ຕິ້ງ - 2 ແຂວງ​ມີ​ສຳ​ເນົາ​ເອ​ກະ​ສານ ຂັ​ບ​ວີ໋, ຢ​້ຳ ຈ​ທີ່ະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ຮັບ​ຮອງ​​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມະ​ນຸດ.

        ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ວ​ັດ​ທະ​ນະ​ທຳ ຫວຽດ​ນາມ, ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈີ໋​ເບ່ນ, ເນັ້​ນ​ໜັກ​ວ່າ:

        “ຄຸນ​ຄ່າ​ແມ່ນ​ພະ​ລັງ​ຊີ​ວິດ​ຂອງ​ມໍ​ລະ​ດົກ​​ແມ່ນ​ມີ​ຢູ່​ທຸກ​ແຫ່ງ, ທ​ຸກ​ເວ​ລາ, ໃນ​ທຸກ​ສະ​ພາບ​ການ​. ພິ​ເສດ​ແມ່ນ​ຂັບ ວີ໋, ຢ້ຳ ໄດ້​ຕິດ​ແໜ້ນ​ກັບ​ພາ​ສາ​ທ້ອງ​ຖິ່ນ ເງ້ອານ - ຮ່າ​ຕິ້ງ, ຍາກ​ທີ່​ຈະ​ຕັດ​ແຍກ​ອອກ​ຈາກ​ກັນໄດ້. ນີ້​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເຮັດ​ໃຫ້​ຂັບ ວີ໋, ຢ້ຳ ​ຄົງ​ຕົວ​ເຖິງ​ປະ​ຈຸ​ບັນ. ຂັບ ວີ໋, ຢ້ຳ​ອາດ​ຈະ​ຕອບ​ສະ​ໜອງ​​ບັນ​ດາ​ມາດ​ຖາ​ນ​ຂອງ UNESCO ໄດ້”


ຂ່າວ/ບົດ​ອື່ນ