ກອງປະຊຸມຄົບຄະນະຄັ້ງທີ III ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ

(VOVWORLD) - ວັນທີ 25 ກັນຍາ, ກອງປະຊຸມຄັ້ງທີ່ III ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ດຳເນີ້ນຢູ່ແຂວງ ບ່າເຢ້ຍ - ວຸງເຕົ່າ.
ກອງປະຊຸມຄົບຄະນະຄັ້ງທີ III ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ - ảnh 1 ກອງປະຊຸມຄົບຄະນະຄັ້ງທີ III ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

ທ່ານຫົວໜ້າກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫງວຽນວັນເຢົ່າ ເປັນປະທານກອງປະຊຸມ. ທີ່ກອງປະຊຸມນີ້, ກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ ສຸມໃສ່ກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຜູ້ຕາງໜ້າຂອງດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ຕ່າງປະເທດ; ບົດລາຍງານຂອງລັດຖະບານກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ວຽກງານພົວພັນຕ່າງປະເທດຂອງພັກ ແລະ ລັດ ປີ 2017; ຮັບຟັງບົດລາຍງານຫົວເລື່ອງຂອງ ກະຊວງການຕ່າງປະເທດ ກ່ຽວກັບ ສະພາບການລົງນາມ ແລະ ປະຕິບັດບັນດາຂໍ້ຜູກພັນໃນສັນຍາສາກົນລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ