ກອງປະຊຸມຄົບຄະນະເທື່ອທີ 5 ສະພາຊົນເຜົ່າຂອງ ສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 20 ຕຸລາ, ຢູ່ ຮ່າໂນ້ຍ ດຳເນີນກອງປະຊຸມຄົບຄະນະເທື່ອທີ 5 ສະພາຊົນເຜົ່າຂອງສະພາແຫ່ງຊາດ ຫວຽດນາມ. 
ກອງປະຊຸມຄົບຄະນະເທື່ອທີ 5 ສະພາຊົນເຜົ່າຂອງ ສະພາແຫ່ງຊາດ - ảnh 1 ກອງປະຊຸມຄົບຄະນະເທື່ອທີ 5 ສະພາຊົນເຜົ່າຂອງ ສະພາແຫ່ງຊາດ (ພາບ: http://daibieunhandan.vn)

ກອງປະຊຸມຈະດຳເນີນເປັນເວລາ 2 ວັນ, ດ້ວຍເນື້ອໃນຕົ້ນຕໍແມ່ນ ປຶກສາຫາລືບັນດາເນື້ອໃນ ເພື່ອແນໃສ່ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14. ທ່ານໂຕ໋ງແທງບີງ ຄະນະສະມາຊິກສະພາແຫ່ງຊາດ  ແຂວງ ລາຍເຈົາ ຊີ້ແຈ້ງວ່າ:

        “ຕີລາຄາໝາກຜົນສະພາບການປະຕິບັດກົນໄກນະໂຍບາຍລົງທຶນພື້ນຖານໂຄງລ່າງຢູ່ເຂດພູດອຍ ແມ່ນເນື້ອໃນກ້ວາງ. ພິເສດ ສຳລັບບັນດາແຂວງຢູ່ເຂດພູດອຍ, ທຸກໂຄງການ, ນະໂຍບາຍການລົງທຶນຢູ່ເຂດພູດອຍ ລ້ວນແຕ່ແມ່ນການລົງທຶນໃຫ້ພໍ່ແມ່ປະຊາຊົນ ຊົນເຜົ່າ. ດັ່ງນັ້ນ ສະເໜີສະພາຄວນພິຈາລະນາຄືນໃໝ່ ບັນຫາດັ່ງກ່າວແມ່ນກ້ວາງເກີນໄປບໍ່ ຖ້າຫາກຕິດຕາມກວດກາ ພວກເຮົາບໍ່ເຂົ້າລວງເລິກໄດ້, ບໍ່ຕີລາຄາລະອຽດໄດ້ ”.

        ຕາມລາຍການແລ້ວ, ວັນທີ 21 ຕຸລາ, ສະພາຊົນເຜົ່າຈະລົງພຶດຕິກຳຕົວຈິງຢູ່ໝູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ ຢູ່ ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ