ກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ

ກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ - ảnh 1
ກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນ
ຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ
(ພາບ: sggp.org.vn)


(vovworld) - ​​​ ​​​ຕອນ​ເຊົ້າ​ວັ​ນ​ທີ 20/10, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​​ລາຍ​ການເຄື່ອນ​ໄຫວ​ແຫ່ງ​ຊ​າດແກ້​ໄຂ​​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງ​ຄາມ ໄດ້​ຈັດ​ກອງ​ປະ​ຊຸມຄູ່​ຮ່ວມ​ມື​ພັດ​ທະ​ນາ​ແກ້​ໄຂ​​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງ​ຄາມຢ​ູ່​ຫວຽດ​ນາມ. ທ່ານ ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກວ່າ ການແກ້​ໄຂ​​ຜົນ​ຮ້າຍຢ້ອນ​ຫຼັງ​ຈາກ​ລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງ​ຄາມ​ແມ່ນ​ເພື່ອ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ, ແມ່ນ​ແຜນ​ນະ​ໂຍ​ບາຍ, ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ແລະ ລັດ​ຖະ​ບານ​ຫວຽດ​ນາມ. ແຕ່ລະ​ປີ, ລັດຖະບານ ຫວຽດນາມ​ລົງທຶນ​ຫຼາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກວດກາ, ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ, ​ເພື່ອ​ແນ​ໃສ່​ສ້າງ​ກອງ​ທຶນ​ທີ່​ດິນ ​ແລະ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ. ລັດຖະບານ​ກໍ່​ສຶກສາ​ຍົກ​ສູງ​ຄວາມ​ຮູ້ກ່ຽວ​ກັບ​ໄພ​ອັນຕະລາຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ໃຫ້​ແກ່​ປະຊາຊົນ, ​ໂຄສະນາ​ກັບ​ປະຊາ​ຄົມ​ໂລກ ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ ​ຫວຽດນາມ ​ໃນ​ການ​ແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ… ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 20/10, ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ລາຍການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ໝາກ​ໝີ່​ນບໍ່​ທັນ​ແຕກ​ຫຼັງ​ສົງຄາມ ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ສຳນັກງານ​ສູນ​ດຳ​ເນີນ​ງານ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ແຫ່ງ​ຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ