ກອງປະຊຸມຄະນະກຳມະການປະສານງານປະສົມ ຄັ້ງທີ 9 ເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

ກອງປະຊຸມຄະນະກຳມະການປະສານງານປະສົມ ຄັ້ງທີ 9 ເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ
ບຸ​ຍກວາງ​ວິງ ​​ໄດ້ນຳ​ໜ້າ​​ເຂົ້າ​ຮ່ວມກອງ​ປະຊຸມ)


(vovworld) -ກອງ​ປະຊຸມ​ຄະນະກຳມະການ​ປະສານ​ງານ​ປະສົມຄັ້ງ​ທີ 9 ​ເຂດ 3 ​ຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຫາ​ກໍ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/09, ຢູ່​ນະຄອ​ນ Siem Reap, ປະ​ເທດ​ກຳປູ​ເຈຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂ​ດຍທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິງ ​​ນຳ​ໜ້າ​ໄດ້​​ເຂົ້າ​ຮ່ວມກອງ​ປະຊຸມ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ລັດຖະມົນຕີຂອງ 3 ປະ​ເທດ​ໄດ້​ເປັນ​ເອກະ​ພາບນຳ​ກັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ເອກະສານ​ການວາງ​ແຜນ​ປັບປຸງ ​ເຊິ່ງ 3 ປະ​ເທ​ດ​ໄດ້​ສົມທົບ​ກັນ​​ເພື່ອ​ພ້ອມ​ກັນກໍ່ສ້າງ​ເຂດ 3 ຫຼ່ຽມພັດທະນາ ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເສດຖະກິດ ກໍ່​ຄື​ດ້ານ​ສັງຄົມ. ນີ້​ແມ່ນ​ປັດ​ໃຈ​ສຳຄັນ​ສ້າງ​ເປັນ​ພື້ນຖານ ​ເພື່ອ​ດຶງ​ດູດການ​ລົງທຶນ​​ຂອງ​ລັດ ກໍ່​ຄື​ພາກ​​ເອກະ​ຊົນ ​ແລະ ​ບັນດາ​​ແຫຼ່ງກຳລັງ​ຈາກ​ພາຍ​ນອກ, ສ້າງ​ກຳລັງ​ໜູນ​ພັດທະນາ​ພາກ​ພື້ນ ​ເຊິ່ງລວມມີ 13 ​ແຂວງ​ເຂດ 3 ຫຼ່ຽມຊາຍ​ແດນ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ. ທ່ານ​ລັດຖະມົນຕີ​ການ​ຊວງ​ແຜນການ ​ແລະ ການ​ຊົງ​ທຶນ ບຸນ​ກວາງ​ວິ​ງ ​ໃຫ້​ຮູ້​ວ່າ.

        “ມີ​ເນື້ອ​ໃນໜຶ່ງ​ສຳຄັນ ​ແມ່ນ​ປຶກສາ​ຫາລື​​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຊອກ​ໄດ້​ບັນດາ​ແຫຼ່ງກຳລັງ​ລົງທຶນຕາມ​ແຜນການ​ທີ່​ພວກ​ເຮົາ​​ໄດ້ສ້າງ. ນີ​້ແມ່ນ​ບັນຫາ​ໃຫຍ່ທີ່​ສຸດ ​ແລະ ມີ​ລັກສະນະ​ຕັດສິນ​ຕໍ່​ຜົນ​ສຳ​ເລັດ​ລວມຂອງ​ການ​ຮ່ວ​ມມື​ພັດທະນາ​ເຂດ 3 ຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ. ກອງ​ປະຊຸມ​ກໍ່​ຖອດ​ຖອນ​ບົດຮຽນ​ທີ່​ດີ​ຈາກ​ຝ່າຍ​ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ຄູ່​ຮ່ວມ​ມື​ພັດທະນາ, ຜ່ານ​ນັ້ນ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ ກໍ່​ຄື​ອົງການ​ການ​​ເງິນສາກົນ ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ ​ແລະ ສະໜອງ​ບັນດາ​ແຫຼ່ງກຳລັງຫຼາຍ​ກວ່າ​ອີກໃຫ້​ເຂດ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ທຶນ ODA , ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະກອບ​ພື້ນ​ຖານ​ໂຄງ​ລ່າງ​​ເສດຖະກິດສັງຄົມ, ​ເຊື່ອມ​ຕໍ່ 13 ​ແຂວງ​ໃນ​​ເຂດ”.

        ທີ່​ກອງ​ປະຊຸ​ມ, ບັນດາ​ລັດຖະມົນຕີ​ໄດ້​ເປັນ​ເອກະ​ພາບ​ປັບປຸງ​ບາງ​ບັນ​ຊີ​ລາຍ​ຊື່​ໃຫ້​ບຸລິມະສິດ​ຕາມ​ລຳດັບ ​ເພື່ອ​ຮຽກຮ້ອງ​ການ​ລົງທຶນ​ລວມ​​ໃຫ້​ເຂດ 3 ຫຼ່ຽມພັດທະນາຂອງ 3 ປະ​ເທດ ​ແລະ ສືບ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ​ໃນ​ທ້າຍ​ປີ 2014 ນີ້.

ຂ່າວ/ບົດ​ອື່ນ