ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມຈະຖືກໄຂຂຶ້ນໃນໄວໆນີ້

(VOVWORLD) - ຄາດວ່າ, ເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວພາກພື້ນຄັ້ງທີ 11 ຈະຈັດຕັ້ງໃນວັນທີ 18 ທັນວາ 2017...
 

ຕາມແຈ້ງຂ່າວຈາກກະຊວງແຜນການ ແລະ ການລົງທຶນ ແລ້ວ, ຄາດວ່າ, ກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງຈະຈັດຕັ້ງແຂວງຢູ່ ບີ່ງເຟືອກ, ທາງພາກໃຕ້ຫວຽດນາມ ແຕ່ວັນທີ 16 – 19 ທັນວາ ປີ 2017. ໃນຂອບເຂດກອງປະຊຸມ, ຈະຈັດຕັ້ງງານຕະຫຼາດນັດເຂດ 3 ຫຼ່ຽງພັດທະນາ ກຳປູເຈຍ - ລາວ - ຫວຽດນາມ; ເວທີປາໄສຊາວໜຸ່ມພາກພື້ນຄັ້ງທີ 7. ຄາດວ່າ, ເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວພາກພື້ນຄັ້ງທີ 11 ຈະຈັດຕັ້ງໃນວັນທີ 18 ທັນວາ 2017, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມຄະນະກຳມະການປະສານງານຮ່ວມເຂດ 3 ຫຼ່ຽງພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 11 ຈະຈັດຕັ້ງໃນວັນທີ 19 ທັນວາ 2017. ບີ່ງເຟືອກ ແມ່ນແຂວງເຊື່ອມຕໍ່ລະຫວ່າງເຂດໄຕງວຽນ ກັບເຂດທາງທິດຕາເວັນອອກພາກໃຕ້, ໄດ້ຮັບຖືວ່າ ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ ແລະ ແມ່ນຂົວຕໍ່ສຳຄັນຂອງເຂດກັບ ກຳປູເຈຍ, ລາວ, ໄທ ແລະ ເຂດໄຕງວຽນ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ