ກອງປະຊຸມຄະນະກຳມາທິການປະສົມຫວຽດນາມ-ຍີ່ປຸ່ນກ່ຽວກັບການຮ່ວມມືວິທະຍາສາດແລະເຕັກໂນໂລຢີ

ກອງປະຊຸມຄະນະກຳມາທິການປະສົມຫວຽດນາມ-ຍີ່ປຸ່ນກ່ຽວກັບການຮ່ວມມືວິທະຍາສາດແລະເຕັກໂນໂລຢີ - ảnh 1
(ພາບ​ປະ​ກອບ​ຈາກ Anh Tuấn/TTXVN)

(vovworld) –  ​ວັນ​ທີ 29/3, ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ສະ​ໄໝ​ປະ​ຊຸມ​ທີ 4 ລະ​ຫວ່າງ​ຄະ​ນະ​ກຳ​​ທິການ​ປະ​ສົມ ຫວຽດ​ນາມ - ຍີ່​ປຸ່ນ ກ່ຽວ​ກັບ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ. ສະ​ໄໝ​ປະ​ຊຸມ​ຄັ້ງ​ນີ້​ສຸມ​ໃສ່​ເຂົ້າ​ບັນ​ດາ​ຫົວ​ຂໍ້​ຄື: ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ກ່າວ​ຄຳ​ເຫັນ​ທີ່​ສະ​ໄໝ​ປະ​ຊຸມ, ທ່ານ ເຈີ່ນກວກ​ແຄ໋ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ຕີ​ລາ​ຄາ​ສູງ​​ການຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ “ໂຄງ​ການ​ຄູ່​ຮ່ວມ​ມື​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແລະ “ໂຄງ​ການ​ຄົ້ນ​ຄ້​ວາ​ລວມ​ເຂດ​ວິ​ທະ​ຍາ​ສາດ ແລະ ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ ອາ​ຊີ​ຕ​າ​ເວັນ​ອອກ”. ດ້ວຍ​ບັນ​ດາ​ເນື້ອ​ໃນ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ສະ​ໄໝ​ປະ​ຊຸມ​ຄັ້ງ​ນີ້, 2 ຝ່າຍ​ຫວັງ​ວ່າ​ຈະ​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ, ຮອບ​ດ້ານ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້​າ​ທາຍກໍ່​ຄື​ບັນ​ດາ​ໜ້​າ​ທີ່ ແລະ  ມາດ​ຕະ​ພາບ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ.


ຂ່າວ/ບົດ​ອື່ນ