ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ
(vovworld) - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ຄະ​ນະ​ຊີ້​ນຳ​ໃນ​ປີ 2017 ຊຶ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/2, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ລະ​ຫວ່າງ​ຂະ​ແໜງ​ເຊື່ອມ​ໂຍງເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ​ ໄດ້​ສະ​ເໜີ​ຄະ​ນະ​ຊີ້​ນຳ​ເລັ່ງ​ໃສ່​ບາງ​ທິດ​ທາງ, ໜ້າ​ທີ່ໃນ ເຊື່ອມ​ໂຍງເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນປີ 2017. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ ເນັ້ນ​ໜັກ​ວ່າ :

     “ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຄວນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ ຄະ​ນະ​ນັກ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ​ເປັນ​ຢ່າງ​ດີ​ໃນ​ການ​ຍົກ​ອອກວິ​ທີ​ການ​ທີ່​ເໝາະ​ສົ​ມ​ກ່ຽວ​ກັບ​ລະ​ບຽບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ຄື: TPP, ສັນ​ຍາ​ກັບ​ສະ​ຫະ​ພາບ​ເອີ​ລົບ ແລະ ເປັນ​ເຈົ້າ​ການ​ເຈ​ລະ​ຈາ​ກັບ​ບາງ​ຄູ່​ຮ່ວມ​ມື​ອື່ນໆ, ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍ​າ​ບັນສັນ​ຍາ FTA ກັບ EU ໂດຍ​ໄວ ”

ຕອບກັບ

ຂ່າວ/ບົດ​ອື່ນ