ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງ ແລະ ພັດທະນາອຸດສາສະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

(VOVWORLD) - ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງ ແລະ ພັດທະນາອຸດສາສະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ດຳເນີນໃນຕອນເຊົ້າວັນທີ 20 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, 
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງ ແລະ ພັດທະນາອຸດສາສະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ảnh 1 ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງ ແລະ ພັດທະນາອຸດສາສະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ ໃນສະພາບການໂລກ ແລະ ພາກພື້ນມີການຜັນປ່ຽນຫລາຍຢ່າງ, ລັດຖະບານ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ສ້າງບາດກ້າວພັດທະນາດີພໍສົມຄວນໃຫ້ອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກຳລັງຄວາມສາມາດຜະລິດ, ສ້ອມແປງອາວຸດພາຫະນະອຸປະກອນຂອງອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ມີບາດກ້າວບຸກທະລຸ, ປະກອບສ່ວນຍົກສູງກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາສະມາຊິກຄະນະຊີ້ນຳ, ບັນດາກະຊວງ, ຂະແໜງການສືບຕໍ່ເສີມຂະຫຍາຍບົດບາດ, ຊີ້ນຳຢ່າງຂ້ຽວຂາດ ແລະ ສ້າງເງື່ອນໄຂສະດວກ ເພື່ອຮັບປະກັນສຳເລັດບັນດາເປົ້າໝາຍ, ໜ້າທີ່ກ່ຽວກັບການຍູ້ແຮງພັດທະນາອຸດສາຫະກຳດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ