ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງຫວຽດນາມຊຸດທີ11

ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງຫວຽດນາມຊຸດທີ11 - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຊຸດ​ທີ 11

(vovworld) – “ບັນ​ດາ​ເອ​ກະ​ສານ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ທີ່​ແມ່​ຍິງ​ມີ​ຄວາມສົນ​ໃຈ, ລໍ​ຄອຍ. ພ​້ອມ​ທັງ, ຕ້ອງ​ຕອບ​​ໄດ້​ຄຳ​ຖາມ, ແມ່​ຍິງ​ຈະ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ຫາຫຍັງຂອງ​ຊາດ, ແກ້​ໄຂ​ບັນ​ຫາ​ຫຍັງ​ດ້ວຍ​ບົດ​ບາດ​ເປັນ​ສະ​ມ​າ​ຊິກ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ”. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຊຸດ​ທີ 11, ເຊິ່ງ​ຖືກຈັດ​ຕັ້ງ​ໃນ​ວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ. ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ຂະ​ບວນ​ການ​ຂອງ​ສະ​ຫະ​ພັນ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຄອບ​ຄົວ​ທຸກ​ຍາກ ແລະ ບາງ​ຄອບ​ຄົວ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາ​ກ​ແຕ່​ຕ້ອງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການພັດ​ທະ​ນາ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ. ສະ​ເພາະ​ສຳ​ລັບ​ແມ່​ຍິງ​ເຮັດ​ວຽກ​ໃນ​ຂະ​ແໜງ​ກະ​ສິ​ກຳ, ນອກ​ຈາກ​ການ​ໜ​ູນ​ຊ່ວຍ​ກ່ຽວ​ກັບ​ດ​້ານ​ທຶນ​ຮອນແລ້ວ, ຍັງຕ້ອງ​ໜູນ​ຊ່ວຍ​ເຂົາ​ເຈົ້າ​ປ່ຽນ​ແປງ​ຮູບ​ການ​ຜະ​ລິດ, ຫັນ​ປ່ຽນ​ຈາກ​ຮູບການ​ຜະ​ລິດ​ສ່ວນ​ບຸ​ກ​ຄົນ ໄປ​ສູ່​ການ​ຮ່ວມ​ມື, ຫລຸດ​ພົ້ນ​ອອກ​ຈາກ​ການ​ຜະ​ລິດ​ແບບກ​ະ​ແຈກ​ກະ​ຈາຍ.


ຂ່າວ/ບົດ​ອື່ນ